lo_2ch_text_ulb_l3/04/11.txt

1 line
1.1 KiB
Plaintext

\v 11 ຮູຣາມໄດ້ສ້າງຫມໍ້ດິນ, ຊວ້ານ, ແລະ ຖ້ວຍດັ່ງນັ້ນ. ດັ່ງນັ້ນຮູຣາມຈຶ່ງເຮັດວຽກໃຫ້ກະສັດໂຊໂລໂມນເລື່ອງພຣະວິຫານຂອງພຣະເຈົ້າສຳເລັດ: \v 12 ຄື ເສົາສອງຕົ້ນ, ຄິ້ວ ແລະ ບົວລົ້ມທີ່ຢູ່ເທິງປາຍເສົາທັງສອງ, ແລະ ຕາຫນ່າງສອງຜືນຊຶ່ງປົກຄຸມຄິ້ວທັງສອງຂອງບົວລົ້ມທີ່ຢູ່ເທິງປາຍເສົາ. \v 13 ພະອົງໄດ້ສ້າງທັບທິມສີ່ຮ້ອຍເມັດສຳລັບຕາຫນ່າງທັງສອງຜືນ: ຕາຫນ່າງຜືນຫນຶ່ງມີເມັດທັບທິມສອງແຖວ ເພື່ອປົກຄຸມຄິ້ວທັງສອງຂອງບົວລົ້ມທີ່ຢູ່ເທິງປາຍເສົາ.