lo_1th_text_ulb_l3/01/08.txt

1 line
1.6 KiB
Plaintext

\v 8 ເພາະຈາກພວກທ່ານ ຖ້ອຍຄຳຂອງພຣະເຈົ້າໄດ້ສົ່ງສຽງອອກໄປ, ແລະ ບໍ່ແມ່ນພຽງໃນມາຊີໂດເນັຽ ແລະ ອາຄາຢາເທົ່ານັ້ນ. ແຕ່ຄວາມເຊື່ອຂອງພວກທ່ານໄດ້ກະຈາຍອອກໄປທຸກຫົນທຸກແຫ່ງ. ຈຶ່ງເປັນຜົນ, ພວກເຮົາບໍ່ຈຳເປັນຕ້ອງກ່າວສິ່ງໃດເລີຍ. \v 9 ເພາະພວກເຂົາເອງໄດ້ລາຍງານເຖິງລັກສະນະການມາຂອງພວກເຮົາ ທີ່ມີໃນທ່າມກາງພວກທ່ານ. ພວກເຂົາເລົ່າເຖິງການທີ່ທ່ານໄດ້ຫັນມາຫາພຣະເຈົ້າ ປະຖິ້ມຈາກຮູບເຄົາຣົບ ເພື່ອຮັບໃຊ້ພຣະເຈົ້າຊົງພຣະຊົນຢູ່ ແລະ ຜູ້ຊົງທ່ຽງແທ້. \v 10 ພວກເຂົາລາຍງານວ່າພວກທ່ານກຳລັງລໍຄອຍພຣະບຸດຈາກສະຫວັນ, ຜູ້ທີ່ພຣະອົງຊົງເຮັດໃຫ້ເປັນຂຶ້ນມາຈາກຄວາມຕາຍ. ຜູ້ນີ້ຄືພຣະເຢຊູຄຣິດເຈົ້າ, ຜູ້ທີ່ຊ່ວຍເຮົາໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າທີ່ກຳລັງຈະມາເຖິງ.