lo_1th_text_ulb_l3/01/08.txt

1 line
1.6 KiB
Plaintext

\v 8 ເພາະຈາກພວກທ່ານ ຖ້ອຍຄຳຂອງພຣະເຈົ້າໄດ້ສົ່ງສຽງອອກໄປ ບໍ່ແມ່ນພຽງໃນມາເກໂດເນຍ ແລະອາຄາຢາເທົ່ານັ້ນ ແຕ່ຄວາມເຊື່ອຂອງພວກທ່ານໄດ້ກະຈາຍອອກໄປທຸກຫົນທຸກແຫ່ງຈື່ງເປັນຜົນເຮັດໃຫ້ພວກເຮົາບໍ່ຈຳເປັນຕ້ອງກ່າວສີ່ງໃດເລີຍ \v 9 ເພາະພວກເຂົາເອງໄດ້ລາຍງານເຖິງລັກຊະນະການມາຂອງພວກເຮົາທີ່ມີໃນທ່າມກາງພວກທ່ານ ພວກເຂົາເລົ່າເຖີງການທີ່ທ່ານປະຖິ້ມຮູບເຄົາລົບແລະຫັນມາຫາພຣະເຈົ້າຂອງພວກທ່ານເພື່ອຮັບໃຊ້ພຣະເຈົ້າຜູ້ຊົງທ່ຽງແທ້ແລະຊົງພຣະຊົນຢູ່ \v 10 ພວກເຂົາລາຍງານວ່າພວກທ່ານກຳລັງລໍຄອຍພຣະບຸດຈາກສະຫວັນ ຜູ້ທີ່ພຣະອົງຊົງເຮັດໃຫ້ເປັນຂື້ນມາຈາກຄວາມຕາຍ ຜູ້ນີ້ຄືພຣະເຢຊູຄຣິດເຈົ້າ ຜູ້ທີຊ່ວຍເຮົາໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າທີ່ກຳລັງຈະມາເຖີງ