lo_1th_text_ulb_l3/04/09.txt

1 line
1.8 KiB
Plaintext

\v 9 ສຳລັບເລື່ອງທີ່ພວກທ່ານຮັກອ້າຍນ້ອງນັ້ນ, ພວກທ່ານບໍ່ຈຳເປັນໃຫ້ມີໃຜຂຽນບອກພວກທ່ານໃນເລື່ອງນີ້, ເພາະພວກທ່ານເອງໄດ້ຮັບການຊົງສອນຈາກພຣະເຈົ້າໃຫ້ຮັກເຊິ່ງກັນ ແລະ ກັນ. \v 10 ແທ້ຈິງແລ້ວ, ພວກທ່ານໄດ້ເຮັດສິ່ງນີ້ຕໍ່ພີ່ນ້ອງທັງຫມົດໃນແຂວງມາຊີໂດເນັຽ. ແຕ່ພີ່ນ້ອງທັງຫລາຍ ພວກເຮົາຂໍແນະນຳພວກທ່ານວ່າ ຂໍໃຫ້ພວກທ່ານເຮັດໃຫ້ດີຂຶ້ນຕື່ມອີກ. \v 11 ພວກເຮົາຂໍແນະນຳໃຫ້ພວກທ່ານມີຄວາມປາຖນາ ທີ່ຈະໃຊ້ຊີວິດຢູ່ຢ່າງສະຫງົບ, ໃສ່ໃຈຕໍ່ທຸຣະກິດແລະ ການງານຂອງພວກທ່ານ, ແລະ ເຮັດວຽກດ້ວຍເຫື່ອແຮງຂອງພວກທ່ານເອງ ເຫມືອນກັບທີ່ພວກເຮົາໄດ້ສັ່ງພວກທ່ານໃຫ້ເຮັດແລ້ວນັ້ນ, \v 12 ເພື່ອພວກທ່ານຈະສາມາດດຳເນີນຊີວິດໃຫ້ເປັນທີ່ຫນ້າເຄົາຣົບນັບຖືຈາກຄົນພາຍນອກ ທີ່ຍັງບໍ່ເຊື່ອພຣະເຈົ້າ ແລະ ເພື່ອພວກທ່ານຈະບໍ່ຂາດເຂີນສິ່ງໃດເລີຍ.