lo_1th_text_ulb_l3/02/17.txt

1 line
1.6 KiB
Plaintext

\v 17 ອ້າຍນ້ອງຊາຍເອີຍ, ພວກເຮົາຖືກແຍກຂາດຈາກພວກທ່ານ, ໃນຊ່ວງເວລາຫນຶ່ງ, ຊຶ່ງເປັນການແຍກຂາດທາງກາຍບໍ່ແມ່ນຫົວໃຈ. ພວກເຮົາເຮັດຢ່າງກະຕືລືລົ້ນ ໂດຍສະເພາະ ດ້ວຍຄວາມປາຖນາອັນຍິ່ງໃຫຍ່, ທີ່ຈະໄດ້ພົບຫນ້າພວກທ່ານ. \v 18 ເພາະພວກເຮົາປາຖນາທີ່ຈະມາຫາພວກທ່ານ, ຂ້າພຣະເຈົ້າເອງຄືໂປໂລ ກໍປາຖນາທີ່ຈະມາຫາພວກທ່ານອີກເທື່ອຫນຶ່ງ, ແຕ່ຊາຕານໄດ້ຢຸດຢັ້ງພວກເຮົາເອົາໄວ້. \v 19 ເພາະຄວາມຫມັ້ນໃຈຂອງພວກເຮົາສຳລັບອານາຄົດ ຫລື ຄວາມຊື່ນຊົມຍິນດີ ຫລື ມົງກຸດແຫ່ງຄວາມພູມໃຈຂອງພວກເຮົານັ້ນຢູ່ຕໍ່ຫນ້າອົງພຣະເຢຊູເຈົ້າໃນການມາຂອງພຣະອົງບໍ່ແມ່ນບໍ? ບໍ່ແມ່ນພວກທ່ານບໍທີ່ມີຫລາຍເຫມືອນຜູ້ອື່ນ? \v 20 ພວກທ່ານເປັນພຣະສີຣິ ແລະ ຄວາມຍິນດີຂອງພວກເຮົາ.