lo_1th_text_ulb_l3/05/08.txt

1 line
1.5 KiB
Plaintext

\v 8 ແຕ່ໃນເມື່ອພວກເຮົາເປັນລູກຂອງກາງເວັນ, ຂໍໃຫ້ພວກເຮົາຢູ່ຢ່າງມີສະຕິ ແລະ ຂໍໃຫ້ພວກເຮົາສວມຄວາມເຊື່ອ ແລະ ຄວາມຮັກເປັນເຄື່ອງປ້ອງກັນເອິກ, ແລະ ສວມຫມວກເຫລັກຄືຄວາມແນ່ໃຈໃນຄວາມລອດພົ້ນໃນອານາຄົດຂອງພວກເຮົາ. \v 9 ເພາະພຣະເຈົ້າບໍ່ໄດ້ກໍາຫນົດໃຫ້ພວກເຮົາຕ້ອງພົບກັບຄວາມໂກດຮ້າຍຂອງພຣະເຈົ້າ, ແຕ່ໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນໂດຍຜ່ານທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. \v 10 ຄືພຣະອົງຜູ້ຊົງຍອມຕາຍເພື່ອພວກເຮົາ, ບໍ່ວ່າພວກເຮົາຈະຕື່ນຢູ່ ຫລື ນອນຫລັບ ພວກເຮົາກໍ່ຈະມີຊີວິດຢູ່ກັບພຣະອົງ \v 11 ເພາະສະນັ້ນຈົ່ງຫນູນໃຈກັນ ແລະ ກັນ ແລະ ເສີມສ້າງກັນ ແລະ ກັນຂຶ້ນເຫມືອນຢ່າງທີ່ພວກທ່ານກຳລັງເຮັດຢູ່ນັ້ນ.