lo_1th_text_ulb_l3/04/13.txt

1 line
1.5 KiB
Plaintext

\v 13 ພວກເຮົາບໍ່ຕ້ອງການໃຫ້ພວກທ່ານເຂົ້າໃຈຜິດ, ອ້າຍນ້ອງທັງຫລາຍເອີຍ, ກ່ຽວກັບຄົນເຫລົ່ານັ້ນທີ່ຫລັບໄປນັ້ນ ເພື່ອພວກທ່ານຈະບໍ່ຕ້ອງໂສກເສົ້າຄືກັບຄົນທີ່ເຫລືອຢູ່ ຊຶ່ງບໍ່ຮູ້ວ່າອັນໃດແນ່ນອນກ່ຽວກັບອານາຄົດ. \v 14 ເພາະຖ້າເຮົາເຊື່ອວ່າພຣະເຢຊູເຈົ້າໄດ້ຕາຍ ແລະ ຊົງໄດ້ຄືນພຣະຊົນມາແລ້ວ, ດັ່ງນັ້ນພຣະເຈົ້າຈະຊົງນຳຄົນເຫລົ່ານັ້ນທີ່ລ່ວງລັບໄປແລ້ວໃນພຣະອົງໃຫ້ມາພ້ອມກັນກັບພຣະເຢຊູດ້ວຍ. \v 15 ເພາະເຫດນີ້ ພວກເຮົາຈຶ່ງກ່າວແກ່ພວກທ່ານໂດຍພຣະທັມຂອງພຣະເຈົ້າ, ວ່າພວກເຮົາທີ່ຍັງມີຊີວິດຢູ່, ພວກເຮົາທີ່ຖືກປະເອົາໄວ້ ເມື່ອພຣະເຢຊູສະເດັດກັບມາ, ຈະບໍ່ລ່ວງຫນ້າໄປກ່ອນຄົນເຫລົ່ານັ້ນທີ່ເຜີຫລັບໄປແລ້ວ.