lo_1th_text_ulb_l3/04/03.txt

1 line
1.2 KiB
Plaintext

\v 3 ເພາະນີ້ເປັນນໍ້າພຣະທັຍຂອງພຣະເຈົ້າ, ຄືຈົ່ງຊຳຣະຕົນໃຫ້ບໍຣິສຸດ, ເພື່ອພວກທ່ານຈະຫລີກຫນີຈາກຄວາມຜິດສິລະທັມທາງເພດ, \v 4 ເພື່ອພວກທ່ານແຕ່ລະຄົນຈະຮູ້ຈັກດຳເນີນຕົວໃນທາງທີ່ບໍຣິສຸດ ແລະ ມີກຽດ, \v 5 ຢ່າມີໃຈປາຖນາອັນເກີດມາຈາກຕັນຫາ (ເຫມືອນດັ່ງຄົນຕ່າງຊາດທີ່ບໍ່ຮູ້ຈັກກັບພຣະເຈົ້າ). \v 6 ຢ່າຍອມໃຫ້ມີຄົນໃດຝ່າຝືນ ແລະ ກະທຳຜິດຕໍ່ອ້າຍນ້ອງຂອງເຂົາໃນເລື່ອງນີ້. ເພາະອົງພຣະຜູ້ເປັນເຈົ້າຊົງເປັນຜູ້ແກ້ແຄ້ນໃນສິ່ງຕ່າງໆເຫລົ່ານີ້, ເຫມືອນດັ່ງທີ່ພວກເຮົາໄດ້ເຕືອນ ແລະ ເປັນພະຍານຕໍ່ທ່ານກ່ອນແລ້ວ.