lo_1th_text_ulb_l3/03/06.txt

1 line
1.1 KiB
Plaintext

\v 6 ແຕ່ຕີໂມທຽວໄດ້ເດີນທາງໄປຫາພວກເຮົາ ແລະ ໄດ້ນຳຂ່າວດີກ່ຽວກັບຄວາມເຊື່ອ ແລະ ຄວາມຮັກຂອງພວກທ່ານມາບອກແກ່ພວກເຮົາ. ເພິ່ນໄດ້ບອກພວກເຮົາວ່າພວກທ່ານມີຄວາມຈົດຈຳທີ່ດີກ່ຽວກັບພວກເຮົາສະເຫມີ, ແລະ ພວກທ່ານລໍຄອຍທີ່ຈະໄດ້ພົບພວກເຮົາເຫມືອນກັບທີ່ພວກເຮົາລໍຄອຍທີ່ຈະໄດ້ພົບພວກທ່ານ. \v 7 ເພາະເຫດນີ້, ອ້າຍນ້ອງຂອງເຮົາເອີຍ, ພວກເຮົາຈຶ່ງໄດ້ຮັບການເລົ້າໂລມໃຈຈາກພວກທ່ານ ເນື່ອງດ້ວຍຄວາມເຊື່ອຂອງພວກທ່ານ, ໃນຄວາມທຸກ ແລະ ຄວາມເຈັບປວດທັງຫມົດຂອງພວກເຮົາ.