lo_1th_text_ulb_l3/02/14.txt

1 line
1.5 KiB
Plaintext

\v 14 ອ້າຍນ້ອງຊາຍເອີຍ, ເພາະພວກທ່ານໄດ້ກາຍເປັນຜູ້ຮຽນແບບຜູ້ເຊື່ອ ໃນຄຣິສຕະຈັກຂອງພຣະເຈົ້າໃນຢູດາຍໃນອົງພຣະເຢຊູຄຣິດເຈົ້າ. ເພາະພວກທ່ານຕ້ອງທົນທຸກຢ່າງດຽວກັນຈາກຄົນໃນປະເທດຂອງທ່ານ, ເຫມືອນທີ່ພວກເຂົາໄດ້ຮັບຈາກພວກຢິວ. \v 15 ຄືພວກຢິວທີ່ໄດ້ຂ້າທັງພຣະເຢຊູເຈົ້າ ແລະ ບັນດາຜູ້ປະກາດພຣະທັມ. ຄືພວກຊາວຢິວທີ່ໄດ້ຂັບໄລ່ພວກເຮົາ. ພວກເຂົາບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈ. ແຕ່ພວກເຂົາຂັດຄ້ານຄົນທັງຫລາຍ. \v 16 ພວກເຂົາຫ້າມບໍ່ໃຫ້ພວກເຮົາກ່າວຕໍ່ຄົນຕ່າງຊາດ ເພື່ອຄົນເຫລົ່ານັ້ນຈະໄດ້ຮັບຄວາມລອດພົ້ນ. ຊຶ່ງມີຜົນເຮັດໃຫ້ພວກເຂົາເຕັມໄປດ້ວຍຄວາມບາບ. ທ້າຍທີ່ສຸດຄວາມໂກດຮ້າຍຂອງພຣະເຈົ້າກໍມາເຖິງພວກເຂົາ.