lo_1th_text_ulb_l3/02/07.txt

1 line
1.5 KiB
Plaintext

\v 7 ແຕ່ພວກເຮົາເປັນເຫມືອນຄົນຕ່າງຊາດໃນທ່າມກາງພວກທ່ານ ເຫມືອນແມ່ທີ່ຫນູນໃຈລູກຂອງຕົນ. \v 8 ເພາະເຫດນີ້ພວກເຮົາຈຶ່ງມີຄວາມຮັກ ແລະ ຄວາມຫ່ວງໄຍພວກທ່ານ. ພວກເຮົາມີຄວາມສຸກທີ່ໄດ້ແບ່ງປັນກັບພວກທ່ານ ບໍ່ແມ່ນພຽງແຕ່ຂ່າວປະເສີດຂອງພຣະເຈົ້າເທົ່ານັ້ນ ແຕ່ທັງຊີວິດຂອງພວກເຮົາເອງດ້ວຍ. ເພາະພວກທ່ານໄດ້ມາເປັນຜູ້ທີ່ພວກເຮົາຮັກຫລາຍ. \v 9 ສຳລັບພວກທ່ານຈົ່ງຈົດຈຳໄວ້, ອ້າຍນ້ອງຂອງເຮົາເອີຍ, ການທຸ້ມເທເຮັດວຽກ ແລະ ການອັນຫນັກຫນ່ວງຂອງພວກເຮົາ. ທຸກວັນ ແລະ ຄືນພວກເຮົາກຳລັງເຮັດວຽກເພື່ອຈະບໍ່ເປັນພາຣະອັນຫນັກແກ່ພວກທ່ານຄົນໃດ. ໃນຊ່ວງເວລານັ້ນ, ພວກເຮົາໄດ້ເທສະຫນາຂ່າວປະເສີດຂອງພຣະເຈົ້າໃຫ້ກັບພວກທ່ານດ້ວຍ.