\v 12 ອ້າຍນ້ອງທັງຫລາຍ, ພວກເຮົາຂໍໃຫ້ພວກທ່ານຍອມຮັບຄົນເຫລົ່ານັ້ນ ທີ່ທຳງານຫນັກທ່າມກາງທ່ານ ແລະ ຄົນທີ່ດູແລພວກທ່ານໃນອົງພຣະຜູ້ເປັນເຈົ້າ ແລະ ຄອຍຖ້າຕັກເຕືອນພວກທ່ານ. \v 13 ພວກເຮົາຂໍໃຫ້ພວກທ່ານສະແດງຄວາມເຄົາຣົບຢ່າງສູງຕໍ່ພວກເພິ່ນດ້ວຍຄວາມຮັກ ເພາະການງານຂອງພວກເພິ່ນ ພວກທ່ານຈົ່ງຢູ່ຮ່ວມກັນຢ່າງສະຫງົບສຸກ. \v 14 ອ້າຍນ້ອງທັງຫລາຍ, ພວກເຮົາຂໍແນະນຳພວກທ່ານໃຫ້ຕັກເຕືອນຄົນທີ່ສ້າງຄວາມວຸ້ນວາຍ, ຫນູນໃຈຄົນທີ່ທໍ້ກຳລັງໃຈ, ຊ່ວຍເຫລືອຄົນທີ່ອ່ອນແອ, ແລະຈົ່ງອົດທົນຕໍ່ທຸກໆຄົນ.