\v 11 ຂໍພຣະເຈົ້າພຣະບິດາ ແລະ ອົງພຣະເຢຊູເຈົ້າຂອງເຮົາ, ຊົງຈັດຕຽມຫົນທາງໃຫ້ແກ່ພວກເຮົາເພື່ອຈະໄປຫາພວກທ່ານ. \v 12 ຂໍອົງພຣະຜູ້ເປັນເຈົ້າຊົງເພີ້ມພູນ ແລະ ຜູກພັນພວກທ່ານໃນຄວາມຮັກທີ່ມີຕໍ່ກັນແລະກັນ, ແລະ ໃນຄວາມຮັກທີ່ມີຕໍ່ຄົນທັງຫລາຍ, ເຫມືອນຢ່າງທີ່ພວກເຮົາມີຕໍ່ພວກທ່ານ. \v 13 ຂໍພຣະອົງກະທຳສິ່ງນີ້ເພື່ອເສີມກໍາລັງໃຈຂອງພວກທ່ານ, ໃຫ້ປາສະຈາກທີ່ຕິໃດໆ ໃນຄວາມບໍຣິສຸດຕໍ່ພຣະເຈົ້າ ແລະ ພຣະບິດາເຈົ້າຂອງເຮົາໃນການສະເດັດມາ ຂອງອົງພຣະເຢຊູຄຣິດເຈົ້າພ້ອມກັບບັນດາຜູ້ບໍຣິສຸດທັງຫມົດຂອງພຣະອົງ.