lo_1sa_tn_l3/15/17.txt

30 lines
3.6 KiB
Plaintext

[
{
"title": "ໃນສາຍຕາຂອງທ່ານເອງ",
"body": "ທີ່ນີ້ \"ສາຍຕາ\" ອ້າງອິງເຖິງຄວາມຄິດເຫັນ ເທິງພື້ນຖານຂອງສິ່ງທີ່ລາວເຫັນ. ອາດແປໄດ້ອີກວ່າ: \"ໃນຄວາມຄິດເຫັນຂອງເຈົ້າເອງ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ທ່ານບໍ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວຫນ້າຂອງບັນດາເຜົ່າອິດສະຣາເອນຫລື?",
"body": "ໍຊາມູເອນໃຊ້ຄຳຖາມນີ້ເພື່ອເຕືອນສະຕິໂຊນ ວ່າບັດນີ້ພຣະເຈົ້າໄດ້ປຣະທານໃຫ້ແກ່ລາວຫລາຍປານໃດ. ຄຳຖາມນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ພຣະຢາເວໄດ້ເຮັດໃຫ້ເຈົ້າເປັນຜູ້ປົກຄອງ ເຫນືອບັນດາເຜົ່າຂອງອິດສະຣາເອນ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ເປັນຫຍັງທ່ານຈຶ່ງບໍ່ເຊື່ອຟັງ ... ພຣະຢາເວ?",
"body": "ຊາມູເອນຕັ້ງຄຳຖາມນີ້ເພື່ອຕັກເຕືອນໂຊນ ສຳລັບການບໍ່ເຊື່ອຟັງຄຳສັ່ງຂອງພຣະຢາເວນັ້ນ. ຄຳຖາມນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ທ່ານຄວນເຊື່ອຟັງ ... ພຣະຢາເວ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ພຣະສຸຣະສຽງຂອງພຣະຢາເວ",
"body": "ທີ່ນີ້ \"ພຣະສຸຣະສຽງ\" ອ້າງອິງເຖິງຄຳສັ່ງທີ່ພຣະຢາເວໄດ້ເວົ້ານັ້ນ. ອາດແປໄດ້ອີກວ່າ: \"ສິ່ງຕ່າງໆທີ່ພຣະຢາເວໄດ້ຊົງບັນຊານັ້ນ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ແຕ່ໄປຢຶດສິ່ງຂອງຕ່າງໆ",
"body": "ຊາມູເອນກ່າວໂທດໂຊນເຖິງການບໍ່ເຊື່ອຟັງໂດຍກົງເລີຍ. ພຣະຢາເວສັ່ງໃຫ້ໂຊນທຳລາຍຫມົດທຸກສິ່ງຢ່າງຫມົດສິ້ນ ທີ່່ເປັນຄົນອາມາເຫລັກນັ້ນ, ແລະບໍ່ໃຫ້ນຳສິ່ງໃດກໍຕາມກັບມາທີ່ຄ້າຍ. "
},
{
"title": "ຢຶດ",
"body": "\"ສິ່ງຂອງທີ່ປຸ້ນມາ\" ຫລື \"ສິ່ງຂອງທີ່ທ່ານເອົາມາຈາກສັດຕຣູ\" "
},
{
"title": "ເຮັດສິ່ງຄວາມຊົ່ວຮ້າຍໃນພຣະເນດຂອງພຣະຢາເວ",
"body": "ທີ່ນີ້ \"ພຣະເນດ\" ອ້າງອິງເຖິງ ຄວາມຄິດຂອງພຣະຢາເວ ຫລື ຄວາມຄິດເຫັນ. ອາດແປໄດ້ອີກວ່າ: \"ສິ່ງທີ່ພຣະຢາເວຖືວ່າເປັນສິ່ງຊົ່ວຮ້າຍ\" (ເບິ່ງເພີ່ມເຕີມ: figs_metonymy)"
}
]