lo_1sa_tn_l3/26/17.txt

22 lines
4.6 KiB
Plaintext

[
{
"title": "ລູກຊາຍຂອງພໍ່",
"body": "ໂຊນບໍ່ແມ່ນພໍ່ແທ້ຂອງດາວິດ. ໂຊນເວົ້າເຫມືອນກັບວ່າລາວເປັນພໍ່ຂອງດາວິດ ເພື່ອສະແດງໃຫ້ດາວິດວ່າ ລາວຕ້ອງການໃຫ້ດາວິດໄວ້ວາງໃຈ ແລະ ເຄົາລົບນັບຖືລາວເຫມືອນກັບທີ່ ດາວິດໄວ້ວາງໃຈ ແລະ ເຄົາລົບນັບຖືລາວເປັນພໍ່ແທ້ຂອງລາວ. (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ ຈຶ່ງໄດ້ໄລ່ຕາມຜູ້ຮັບໃຊ້ຂອງພະອົງ?",
"body": "ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຕ້ອງການໃຫ້ໂຊນຕອບຄຳຖາມຂອງລາວແທ້ໆ ຫລື 2) ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ເຈົ້ານາຍຂອງຂ້ານ້ອຍ ບໍ່ມີເຫດຜົນທີ່ຈະໄລ່ຕາມຜູ້ຮັບໃຊ້ຂອງພະອົງເລີຍ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ ຈຶ່ງໄດ້ໄລ່ຕາມຜູ້ຮັບໃຊ້ຂອງພະອົງ?",
"body": "ດາວິດເວົ້າໃນທີ່ນີ້ ເຫມືອນກັບວ່າໂຊນເປັນບຸກຄົນທີສາມ ທີ່ເອີ້ນພະອົງວ່າ \"ເຈົ້ານາຍຂອງຂ້ານ້ອຍ,\" ແລະ ລາວເວົ້າເຫມືອນກັບວ່າລາວເປັນບຸກຄົນທີ່ສາມ ທີ່ເອີ້ນໂຕເອງວ່າ \"ຜູ້ຮັບໃຊ້ຂອງພະອົງ\" ດາວິດເວົ້າຢ່າງນີ້ ເພື່ອສະແດງໃຫ້ເຫັນເຖິງຄວາມເຄົາລົບນັບຖືຕໍ່ໂຊນ. ອາດແປໄດ້ອີກວ່າ: \"ເປັນຫຍັງທ່ານ, ເຈົ້ານາຍຂອງຂ້ານ້ອຍ, ຈຶ່ງໄລ່ຕາມຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ?\" ຫລື \"ເປັນຫຍັງທ່ານຈຶ່ງໄລ່ຕາມຂ້ານ້ອຍ?\" (ເບິ່ງເພີ່ມເຕີມ: figs_123person)"
},
{
"title": "ຂ້ານ້ອຍໄດ້ເຮັດຫຍັງຜິດ?",
"body": "ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຕ້ອງການໃຫ້ໂຊນຕອບຄຳຖາມຂອງລາວແທ້ໆ ຫລື 2) ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ທ່ານຮູ້ວ່າ ຂ້ານ້ອຍບໍ່ໄດ້ເຮັດຫຍັງທີ່ຈະທຳຮ້າຍທ່ານເລີຍ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ມືຂອງຂ້ານ້ອຍໄດ້ເຮັດຊົ່ວອັນໃດແດ່?",
"body": "ການເວົ້ານີ້ເຫມືອນກັບວ່າ ຄວາມຊົ່ວຮ້າຍເປັນເຫມືອນວັດຖຸທີ່ສາມາດຈັບໄວ້ໃນມື. ທີ່ນີ້ຄຳວ່າ \"ມື\" ເປັນຕົວແທນເຖິງການກະທຳຂອງຄົນ ຫລື ການເຮັດບາງສິ່ງບາງຢ່າງ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຕ້ອງການໃຫ້ໂຊນຕອບຄຳຖາມຂອງລາວແທ້ໆ. ອາດແປໄດ້ອີກວ່າ: \"ຂ້ານ້ອຍໄດ້ເຮັດຫຍັງຜິດ?\" ຫລື 2) ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ຂ້ານ້ອຍບໍ່ໄດ້ເຮັດສິ່ງໃດຜິດເລີຍ!\" (ເບິ່ງເພີ່ມເຕີມ: figs_metonymy ແລະ figs_rquestion)"
}
]