lo_1sa_tn_l3/22/14.txt

34 lines
4.9 KiB
Plaintext

[
{
"title": "ໃນບັນດາຂ້າຣາຊະການຂອງພະອົງທັງຫມົດ ມີໃຜແດ່ທີ່ຈະຊື່ສັດຢ່າງດາວິດ ... ຣາຊະວັງຂອງພຣະອົງຫລື?",
"body": "ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ບໍ່ມີໃຜໃນບັນດາຂ້າຣາຊະການທີ່ ເປັນຄົນສັດຊື່ເຫມືອນດາວິດ ... ຣາຊະວັງຂອງພຣະອົງ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ທະຫານຮັກສາ",
"body": "ຄົນ ຫລື ກຸ່ມຄົນທີ່ປົກປ້ອງອີກບາງຄົນ"
},
{
"title": "ເປັນຜູ້ມີກຽດໃນຣາຊະວັງຂອງພະອົງ",
"body": "ຄຳວ່າ \"ຣາຊະວັງ\" ເປັນການປຽບທຽບສຳລັບຄອບຄົວທີ່ ອາໄສຢູ່ໃນຣາຊະວັງ. ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: \"ເປັນຜູ້ທີ່ໄດ້ຮັບກຽດໃນຄອບຄົວຂອງພະອົງ\" (ເບິ່ງເພີ່ມເຕີມ: figs_metonymy ແລະ figs_activepassive)"
},
{
"title": "ວັນນີ້ ເປັນຄັ້ງທຳອິດທີ່ຂ້ານ້ອຍໄດ້ຂໍຕໍ່ພຣະເຈົ້າໃຫ້ຊ່ວຍລາວຈິງຫລື?",
"body": "ອາຫີເມເລັກຖາມຕົວລາວເອງ ຄຳຖາມນີ້ຕໍ່ຫນ້າໂຊນ ເພື່ອໃຫ້ໂຊນສາມາດຖາມມາໄດ້, ແລ້ວທັງທີ່ທັນໃດຈະໄດ້ຮັບຄຳຕອບ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ນີ້ບໍ່ແມ່ນເທື່ອທຳອິດທີ່ຂ້ານ້ອຍໄດ້ອະທິຖານຕໍ່ພຣະເຈົ້າເພື່ອຊ່ວຍດາວິດ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ຂ້ານ້ອຍບໍ່ເປັນແບບນັ້ນແນ່ນອນ!",
"body": "ສຳນວນນີ້ຫມາຍຄວາມວ່າ \"ບໍ່ເປັນຢ່າງນັ້ນຢ່າງແນ່ນອນ!\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ຂໍຢ່າໃຫ້ກະສັດໄດ້ກ່າວໂທດຢ່າງຫນຶ່ງຢ່າງໃດຕໍ່ຜູ້ຮັບໃຊ້ຂອງພະອົງ ຫລືຕໍ່ເຊື້ອສາຍທັງປວງຂອງບິດາຂອງຂ້ານ້ອຍເລີຍ. ເພາະຜູ້ຮັບໃຊ້ຂອງພະອົງບໍ່ຮູ້ເລື່ອງທັງຫມົດນີ້ເລີຍ",
"body": "ອາຫິເມເລັກເວົ້າເຫມືອນກັບວ່າ ຕົວລາວເອງເປັນບຸກຄົນທີ່ສາມເຫມືອນເປັນ \"ຜູ້ຮັບໃຊ້\" ອາຫິເມເລັກຍັງຫມາຍເຖິງໂຊນເປັນບຸກຄົນທີ່ສາມດ້ວຍ ເຫມືອນຄຳວ່າ \"ກະສັດ.\" ອາຫິເມເລັກເວົ້າໃນວິທີທາງນີ້ ເພື່ອສະແດງໃຫ້ເຫັນວ່າ ມີຄວາມເຄົາລົບນັບຖືໂຊນ. ອາດແປໄດ້ອີກວ່າ: \"ຂໍຄວາມກະລຸນາເຖີດ, ກະສັດໂຊນ, ຢ່າໄດ້ຖືວ່າຂ້ານ້ອຍ, ຜູ້ຮັບໃຊ້ຂອງພະອົງ, ຫລື ຜູ້ໃດກໍຕາມໃນເຮືອນຂອງບິດາຂອງຂ້ານ້ອຍມີຄວາມຜິດເລີຍ, ເພາະຂ້ານ້ອຍບໍ່ຮູ້ເລື່ອງນີ້ເລີຍ\" (ເບິ່ງເພີ່ມເຕີມ: figs_123person)"
},
{
"title": "ກ່າວໂທດ",
"body": "ຖືວ່າບາງຄົນມີຄວາມຜິດ"
},
{
"title": "ເຊື້ອສາຍທັງປວງຂອງບິດາຂອງຂ້ານ້ອຍ",
"body": "ໃນນີ້ຄຳວ່າ \"ເຮືອນ\" ເປັນຕົວແທນເຖິງ \"ຄອບຄົວ\" ອາດແປໄດ້ອີກວ່າ: \"ເຖິງຄອບຄົວທັງຫມົດຂອງບິດາຂອງຂ້ານ້ອຍ\" (ເບິ່ງເພີ່ມເຕີມ: figs_metonymy)"
}
]