lo_1sa_tn_l3/19/04.txt

18 lines
2.3 KiB
Plaintext

[
{
"title": "ຂໍຢ່າໃຫ້ກະສັດເຮັດບາບຕໍ່ດາວິດຜູ້ຮັບໃຊ້ຂອງພະອົງເລີຍ",
"body": "ໂຢນາທານເວົ້າເຫມືອນກັບວ່າໂຊນເປັນອີກຄົນອຶ່ນ ເພື່ອສະແດງເຖິງໂຊນວ່າໂຢນາທານເຄົາລົບນັບຖືໂຊນ. ອາດແປໄດ້ອີກວ່າ: \"ຢ່າໄດ້ເຮັດບາບຕໍ່ສູ້ຜູ້ຮັບໃຊ້ຂອງພະອົງເລີຍ\" (ເບິ່ງເພີ່ມເຕີມ: figs_pronouns)"
},
{
"title": "ລາວໄດ້ສ່ຽງຊີວິດຂອງລາວ",
"body": "ທີ່ນີ້ \"ສ່ຽງຊີວິດຂອງລາວ\" ເປັນສຳນວນເຖິງການສ່ຽງຕໍ່ຖືກທຳລາຍຊີວິດຂອງລາວເອງ. ອາດແປໄດ້ອີກວ່າ: \"ລາວໄດ້ສ່ຽງຊີວິດຂອງລາວເອງ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ເປັນຫຍັງພະອົງຈະເຮັດບາບຕໍ່ເລືອດທີ່ໄຮ້ຄວາມຜິດໂດຍການຂ້າດາວິດເສຍຢ່າງບໍ່ມີເຫດຜົນ?",
"body": "ໂຢນາທານຖາມຄຳຖາມນີ້ເພື່ອເຕືອນໂຊນ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ທ່ານບໍ່ຄວນເຮັດບາບຕໍ່ເລືອດທີ່ໄຮ້ຄວາມຜິດ ແລະຂ້າດາວິດໂດຍບໍ່ມີເຫດຜົນເລີຍ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ເຮັດບາບຕໍ່ເລືອດທີ່ໄຮ້ຄວາມຜິດ",
"body": "ທີ່ນີ້ \"ເລືອດ\" ເປັນການປຽບທຽບສຳລັບຊີວິດຄົນທີ່ບໍ່ມີຄວາມຜິດ. ອາດແປໄດ້ອີກວ່າ: \"ເຮັດບາບໂດຍການຂ້າຄົນ\" (ເບິ່ງເພີ່ມເຕີມ: figs_metonymy)"
}
]