lo_1sa_tn_l3/15/22.txt

34 lines
4.0 KiB
Plaintext

[
{
"title": "ພຣະຢາເວຊົງພໍພຣະທັຍໃນເຄື່ອງເຜົາບູຊາ ແລະ ເຄື່ອງສັດບູຊາທັງຫລາຍ, ເທົ່າກັບການທີ່ຈະເຊື່ອຟັງພຣະສຸຣະສຽງຂອງພຣະຢາເວຫລື?",
"body": "ຊາມູເອນຖາມຄຳຖາມນີ້ເພື່ອເນັ້ນຫນັກວ່າ ການເຊື່ອຟັງສຳຄັນກວ່າເຄື່ອງເຜົາບູຊາ. ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ພຣະຢາເວບໍ່ໄດ້ພໍພຣະທັຍໃນເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍບູຊາ ເທົ່າກັບການເຊື່ອຟັງພຣະສຸຣະສຽງຂອງພຣະອົງ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ພຣະສຸຣະສຽງຂອງພຣະຢາເວ",
"body": "ທີ່ນີ້ \"ພຣະສຸຣະສຽງ\" ອ້າງອິງເຖິງຄຳສັ່ງທີ່ພຣະຢາເວໄດ້ເວົ້ານັ້ນ. ອາດແປໄດ້ອີກວ່າ: \"ສິ່ງຕ່າງໆທີ່ພຣະຢາເວໄດ້ຊົງບັນຊານັ້ນ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ການເຊື່ອຟັງກໍດີກວ່າເຄື່ອງຖວາຍສັດບູຊາ",
"body": "ພຣະເຈົ້າຕ້ອງການໃຫ້ໂຊນເຊື່ອຟັງຢ່າງຫມົດສິ້ນ ໃນການທຳລາຍຊາວອາມາເຫລັກ. ບໍ່ມີສິ່ງໃດທີ່ຈະເຫມາະສົມກັບການຖວາຍສັດບູຊາ."
},
{
"title": "ດີກວ່າໄຂມັນຂອງບັນດາແກະຜູ້ນັ້ນ",
"body": "\"ດີກວ່າຖວາຍໄຂມັນຂອງບັນດາແກະຜູ້ເປັນເຄື່ອງເຜົາບູຊາ\""
},
{
"title": "ການກະບົດກໍເປັນເຫມືອນບາບແຫ່ງການຖືເລີກຖືຍາມ",
"body": "ຄຳນາມຫຍໍ້ຄວາມຫມາຍເຫລົ່ານີ້ ສາມາແປໃຫ້ເປັນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: \"ການກະບົດເປັນເຫມືອນການບາບແຫ່ງການໃຊ້ເວດມົນຄາຖາ\" (ເບິ່ງເພີ່ມເຕີມ: figs_abstractnouns)"
},
{
"title": "ຄວາມດື້ດ້ານກໍເປັນເຫມືອນບາບຊົ່ວ ແລະ ການຊົ່ວຮ້າຍ",
"body": "ຄຳນາມຫຍໍ້ຄວາມເຫລົ່ານີ້ສາມາດເວົ້າໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: \"ຄວາມດື້ດ້ານກໍເປັນເຫມືອນບາບຊົ່ວຂອງການນະມັດສະການຮູບເຄົາລົບ\" (ເບິ່ງເພີ່ມເຕີມ: figs_abstractnouns)"
},
{
"title": "ທ່ານປະຖິ້ມພຣະທັມຂອງພຣະຢາເວ",
"body": "ທີ່ນີ້ \"ພຣະທັມ\" ຫມາຍເຖິງພຣະບັນຊາທີ່ພຣະຢາເວໄດ້ເວົ້າ. ອາດແປໄດ້ອີກວ່າ: \"ປະຕິເສດທີ່ຈະເຮັດໃນສິ່ງທີ່ພຣະຢາເວໄດ້ຊົງບັນຊາ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ທ່ານຈຶ່ງຖືກຖອດອອກຈາກຕຳແຫນ່ງກະສັດ",
"body": "\"ຕັດສິນວ່າທ່ານຈະບໍ່ໄດ້ເປັນກະສັດອີກຕໍ່ໄປ\" "
}
]