lo_1sa_tn_l3/06/05.txt

34 lines
4.8 KiB
Plaintext

[
{
"title": "ແບບຈຳລອງ",
"body": "ແບບຈຳລອງແມ່ນບາງສິ່ງບາງຢ່າງທີ່ເບິ່ງຄືຂອງແທ້. "
},
{
"title": "ຮູບຝີ",
"body": "ຄວາມຫມາຍທີ່ອາດເປັນໄປໄດ້ 1)ຄວາມເຈັບປວດຂອງການບວມໂພງພາຍໃຕ້ຜິວຫນັງ ຫລື 2) ອາການເລືອດໄຫລອອກບໍ່ຢຸດ. (ເບິ່ງວິທີການແປນີ້ເພີ່ມເຕີມໃນ 5:6. "
},
{
"title": "ຊຶ່ງທຳລາຍ",
"body": "\"ວ່າເປັນການທຳລາຍ\" "
},
{
"title": "ພຣະເຈົ້າແຫ່ງອິດສະຣາເອນ",
"body": "ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກເຂົາເວົ້າໃຫ້ເຫມາະສົມກັບພຣະນາມຂອງພຣະເຈົ້າຂອງອິດສະຣາເອນ ຫລື 2) ພວກເຂົາເຊື່ອວ່າອິດສະຣາເອນໄດ້ນະມັດສະການຫນຶ່ງໃນບັນດາພະເຈົ້າຕ່າງໆ, \"ພະເຈົ້າຂອງອິດສະຣາເອນ.\" ເບິ່ງວິທີການແປນີ້ເພີ່ມເຕີມໃນ 5:6. "
},
{
"title": "ຈະຍົກພຣະຫັດຂອງພຣະອົງຈາກພວກເຈົ້າ, ຈາກບັນດາພະເຈົ້າຂອງພວກເຈົ້າ, ແລະຈາກແຜ່ນດິນຂອງພວກເຈົ້າ",
"body": "ທີ່ນີ້ຄຳວ່າ \"ພຣະຫັດ\" ເປັນການປຽບທຽບເພື່ອໃຊ້ເປັນຕົວແທນຣິດອຳນາດຂອງພຣະເຈົ້າທີ່ເຮັດໃຫ້ເຈັບປວດ ຫລື ຕີສອນ. ອາດແປໄດ້ອີກວ່າ: \"ຢຸດການລົງໂທດພວກເຈົ້າ, ບັນດາພະເຈົ້າຂອງພວກເຈົ້າ ແລະແຜ່ນດິນຂອງພວກເຈົ້າ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ເປັນຫຍັງພວກເຈົ້າເຮັດໃຫ້ໃຈພວກເຈົ້າແຂງກະດ້າງໄປ, ຢ່າງເຊັ່ນຄົນເອຢິບ ແລະຟາໂຣໄດ້ໃຫ້ໃຈຂອງພວກເຂົາແຂງກະດ້າງ?",
"body": "ບັນດາປະໂລຫິດ ແລະ ບັນດາຜູ້ນຳໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບ ເພື່ອຂໍຮ້ອງໃຫ້ຊາວຟີລິດສະຕິນຄິດຢ່າງຈິງຈັງ ກ່ຽວກັບວ່າແມ່ນຫຍັງທີ່ຈະເກີດຂຶ້ນ ຖ້າພວກເຂົາປະຕິເສດທີ່ຈະເຊື່ອຟັງພຣະເຈົ້າ. ສາມາດແປໃນຮູບແບບການເຕືອນໄດ້. ອາດແປໄດ້ອີກວ່າ: \"ຢ່າໄດ້ດື້ດືງເຫມືອນຊາວເອຢິບ ແລະ ຟາໂຣເຄີຍເປັນ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ເຮັດໃຫ້ໃຈພວກເຈົ້າແຂງກະດ້າງໄປ",
"body": "ນີ້ແມ່ນສຳນວນທີຫມາຍຄວາມວ່າ ຄວາມດື້ດືງ ຫລື ບໍ່ປາຖະຫນາທີ່ຈະເຊື່ອຟັງພຣະເຈົ້າ. ອາດແປໄດ້ອີກວ່າ: \"ປະຕິເສດທີ່ຈະເຊື່ອຟັງພຣະເຈົ້າ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ຄົນເອຢິບກໍຕ້ອງປ່ອຍປະຊາຊົນໄປ, ແລ້ວພວກເຂົາກໍຈາກໄປບໍ່ແມ່ນບໍ?",
"body": "ນີ້ແມ່ນອີກຄຳຖາມທີ່ບໍ່ຫວັງຄຳຕອບຖືກໃຊ້ເພື່ອເຕືອນຄວາມຈຳຟີລິດສະຕິນວ່າ ຊາວເອຢິບໄດ້ສົ່ງຊາວອິດສະຣາເອນອອກໄປ ຈາກເອຢິບໃນທີ່ສຸດຢ່າງໃດດັ່ງນັ້ນເພື່ອວ່າພຣະເຈົ້າຈະຢຸດທຳຮ້າຍຊາວເອຢິບ. ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ຈົ່ງຈຳໄວ້ວ່າ ຊາວເອຢິບໄດ້ສົ່ງຊາວອິດສະຣາເອນອອກໄປຈາກເອຢິບ.\" (ເບິ່ງເພີ່ມເຕີມ: figs_rquestion)"
}
]