lo_1sa_tn_l3/04/07.txt

22 lines
4.2 KiB
Plaintext

[
{
"title": "ພວກເຂົາເວົ້າ ... ພວກເຂົາເວົ້າ",
"body": "\"ພວກເຂົາເວົ້າກັບພວກເຂົາເອງ ... ພວກເຂົາແກ່ກັນແລະກັນວ່າ\" ຫລື \"ພວກເຂົາເວົ້າແກ່ກັນແລະກັນ ... ພວກເຂົາເວົ້າແກ່ກັນແລະກັນ.\" ເຫດການທີ່ສອງອ້າງອິງເຖິງສິ່ງທີ່ຊາວຟີລິດສະຕິນເວົ້າແກ່ກັນ ແລະ ກັນ. ເຫດການທີ່ຫນຶ່ງຈະຫມາຍເຖິງສິ່ງທີ່ພວກເຂົາຄິດ, ເຖິງແມ່ນວ່າມັນອາດຈະຫມາຍເຖິງສິ່ງທີ່ພວກເຂົາເວົ້າກັບກັນ. ຖ້າເປັນໄປໄດ້, ໃຫ້ຫລີກລ້ຽງການລະບຸວ່າແມ່ນໃຜເວົ້າ."
},
{
"title": "ພຣະເຈົ້າອົງຫນຶ່ງໄດ້ມາ",
"body": "ຊາວຟີລິດສະຕິນນະມັດສະການພະຫລາຍອົງ, ດັ່ງນັ້ນ ພວກເຂົາຄົງຈະເຊື່ອຫນຶ່ງໃນພະເລົ່ານັ້ນ, ຫລື ຫນຶ່ງໃນຜູ້ນັ້ນທີ່ພວກເຂົາບໍ່ໄດ້ນະມັດສະການ, ໄດ້ມາໃນຄ້າຍ. ຄວາມຫມາຍທີ່ອາດເປັນໄປໄດ້ອີກຄືວ່າ ພວກເຂົາກຳລັງເວົ້າໃຫ້ເຫມາະສົມກັບພຣະນາມຂອງພຣະເຈົ້າຂອງອິດສະຣາເອນ: \"ພຣະຢາເວໄດ້ມາ.\" ເພາະວ່າ 4:8 ເວົ້າວ່າ \"ພະເຈົ້າ\" ບາງການແປຈະອ່ານວ່າ \"ພຣະເຈົ້າທັງຫລາຍໄດ້ມາ,\" ທີີ່ວ່າ, \"ນີ້ແມ່ນພະຜູ້ທີໄດ້ມາ.\" (ເບິ່ງເພີ່ມເຕີມ: figs_pronouns)"
},
{
"title": "ໃຜຈະຊ່ວຍເອົາພວກເຮົາຈາກອຳນາດຂອງພະເຈົ້າເຫລົ່ານີ້ໄດ້?",
"body": "ຄຳຖາມທີ່ບໍ່ຄາດຫວັງຄຳຕອບນີ້ ແມ່ນສະແດງອອກເຖິງຄວາມຢ້ານຢ່າງເລືກເຊິ່ງ. ສາມາດຂຽນໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ບໍ່ມີຜູ້ໃດທີສາມາດຊ່ວຍເຮົາໃຫ້ພົ້ນຈາກອຳນາດຂອງພະເຈົ້າເຫລົ່ານີ້ໄດ້.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ອຳນາດຂອງພະເຈົ້າເຫລົ່ານີ້ ... ພະເຈົ້າເຫລົ່ານີ້ເປັນຜູ້ທີ່ໄດ້ບຸກໂຈມຕີ",
"body": "ເພາະວ່າຄຳວ່າ \"ພະເຈົ້າ\" (ຫລື \"ພຣະເຈົ້າ\") ໃນ 4:7 ແມ່ນເປັນເອກກະພົດ, ມີຫລາຍການແປອ່ານວ່າ \"ພະເຈົ້າຜູ້ຍິ່ງໃຫຍ່ນີ້ ... ພະເຈົ້າຜູ້ທີ່ໄດ້ບຸກໂຈມຕີ,\" ອ້າງອິງເຖິງພະເຈົ້າໃດຫນຶ່ງ ຂອງບັນດາພະເຈົ້າອາດຈະເປັນພະ, ຫລື \"ພຣະເຈົ້າຜູ້ຍິ່ງໃຫຍ່ນີ້ ... ພຣະເຈົ້າຜູ້ທີ່ໄດ້ບຸກໂຈມຕີ,\" ໃຊ້ໃຫ້ເຫມາະສົມສຳລັບພຣະເຈົ້າຂອງອິດສະຣາເອນ. (ເບິ່ງເພີ່ມເຕີມ: figs_pronouns)"
},
{
"title": "ຈົ່ງເປັນລູກຜູ້ຊາຍ",
"body": "ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: \"ໃຫ້ເຂັ້ມແຂງ ແລະ ສູ້ໆ\" (ເບິ່ງເພີ່ມເຕີມ: figs_idiom)"
}
]