[ { "title": "ຫີບພັນທະສັນຍາຂອງພຣະເຈົ້າຂອງອິດສະຣາເອນ", "body": "ການແປນີ້ຄ້າຍຄືກັນກັບສຳນວນໃນ 3:1. ນີ້ແມ່ນຄືກັນກັບສຳນວນທີ່ວ່າ \"ຫີບພັນທະສັນຍາຂອງພຣະເຈົ້າ\" ໃນ 4:3." }, { "title": "ພຣະເຈົ້າຂອງອິດສະຣາເອນ", "body": "ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກເຂົາເວົ້າໃນທາງທີ່ເຫມາະສົມ ເພື່ອເອີ່ຍນາມຊື່ຂອງພຣະເຈົ້າອິດສະຣາເອນ ຫລື 2) ພວກເຂົາເຊື່ອວ່າອິດສະຣາເອນນະມັດສະການຫນຶ່ງ ໃນພະເຈົ້າທັງຫລາຍ, \"ພຣະເຈົ້າຂອງອິດສະຣາເອນ.\" ການແປນີ້ເຫມືອນໃນ 5:6." }, { "title": "ມີຄວາມແຕກຕື່ນຢູ່ທົ່ວທັງເມືອງ", "body": "\"ປະຊາຊົນທັງຫມົດໃນເມືອງຕ່າງກໍຢ້ານ ວ່າພວກເຂົາຈະຕາຍ\" " }, { "title": "ພຣະຫັດຂອງພຣະເຈົ້າໄດ້ລົງໂທດຢ່າງຫນັກຢູ່ໃນບ່ອນນັ້ນ", "body": "ພຣະຫັດເປັນການປຽບທຽບ ສຳລັບການທີ່ພຣະເຈົ້າລົງໂທດປະຊາຊົນ. \"ພຣະຢາເວໄດ້ລົງໂທດປະຊາຊົນຢ່າງຮຸ່ນແຮງ\" (ເບິ່ງເພີ່ມເຕີມ: figs_metonymy)" }, { "title": "ຊາວເມືອງທີ່ຍັງບໍ່ຕາຍ", "body": "ນີ້ຫມາຍເຖິງວ່າແທ້ຈິງແລ້ວຄົນໄດ້ຕາຍຫລາຍແລ້ວ. (ເບິ່ງເພີ່ມເຕີມ: figs_explicit)" }, { "title": "ຝີຕ່າງໆ", "body": "ຄວາມຫມາຍທີ່ອາດເປັນໄປໄດ້ 1)ຄວາມເຈັບປວດທີ່ຢູ່ພາຍໃຕ້ຜິວຫນັງ ຫລື 2) ລິດສີດວງທະວານ. ການແປນີ້ຄືກັນກັບໃນ 5:6." }, { "title": "ສຽງຮ້ອງໄຫ້ຂອງເມືອງກໍໄດ້ຂຶ້ນໄປເຖິງຟ້າສະຫວັນ", "body": "ຄຳວ່າ \"ເມືອງ\" ເປັນພາບປຽບທຽບສຳລັບປະຊາຊົນຂອງເມືອງ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ຄຳສັບ \"ໄດ້ຂຶ້ນໄປເຖິງຟ້າສະຫວັນ\" ເປັນສຳນວນສຳລັບ \"ໃຫຍ່ຫລວງຫລາຍ.\" ອາດແປໄດ້ອີກວ່າ:​ \"ປະຊາຊົນໃນເມືອງໄດ້ຮ້ອງໄຫ້ສຽງດັງ\" ຫລື 2) ຄຳສັບ \"ຟ້າສະຫວັນ\" ນີ້ເປັນການປຽບທຽບສຳລັບພະເຈົ້າທັງຫລາຍຂອງປະຊາຊົນ. ອາດແປໄດ້ອີກວ່າ: \"ປະຊາຊົນຂອງເມືອງໄດ້ຮ້ອງຫາພະເຈົ້າທັງຫລາຍຂອງພວກເຂົາ. (ເບິ່ງເພີ່ມເຕີມ: figs_metonymy)" } ]