[ { "title": "ເກີດຫຍັງຂຶ້ນກັບລູກຊາຍຂອງກີເຊ?", "body": "ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ 1) ປະຊາຊົນກຳລັງຖາມເອົາຂໍ້ມູນ ຫລື 2) ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບທີ່ຫມາຍຄວາມວ່າ ໂຊນບໍ່ສຳຄັນຫຍັງ. ອາດແປໄດ້ອີກວ່າ: \"ກີເຊບໍ່ແມ່ນຄົນສຳຄັນ, ດັ່ງນັ້ນບໍ່ສາມາດເປັນຄວາມຈິງໄດ້ວ່າ ລູກຊາຍຂອງລາວຈະກາຍເປັນຜູ້ປະກາດພຣະທຳໄດ້!\" (ເບິ່ງເພີ່ມເຕີມ: figs_rquestion)" }, { "title": "ລູກຊາຍຂອງກີເຊ", "body": "\"ໂຊນ, ເປັນລູກຊາຍຂອງກີເຊ\" " }, { "title": "ແລ້ວບິດາຂອງພວກເຂົາເປັນໃຜ?", "body": "ຊາຍຄົນນີ້ໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບ ເພື່ອເຕືອນປະຊາຊົນວ່າ ເປັນຜູ້ປະກາດພຣະທຳບໍ່ມີສ່ວນກ່ຽວຂ້ອງກັບພໍ່ແມ່ນັ້ນເປັນໃຜ. ຄຳຖາມນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ມັນບໍ່ສຳຄັນວ່າ ຜູ້ເປັນພໍ່ແມ່ຂອງຜູ້ປະກາດພຣະທຳນັ້ນເປັນໃຜ. ສິ່ງທີ່ສຳຄັນຄືຫນ້າປະຫລາດໃຈທີ່, ໂຊນກ່າວຖ້ອຍຄຳທີ່ມາຈາກພຣະເຈົ້າ.\" (ເບິ່ງເພີ່ມເຕີມ: figs_rquestion)" }, { "title": "ດ້ວຍເຫດນີ້, ກໍກາຍເປັນຄຳກ່າວວ່າ, \"ໂຊນເປັນຜູ້ປະກາດພຣະທັມອີກຄົນຫນຶ່ງຫລື?", "body": "ນີ້ກາຍເປັນຄຳສຸພາສິດທ່າມກາງຊາວອິດສະຣາເອນ. ປາກົດວ່າປະຊາຊົນເວົ້າຢ່າງນີ້ເພື່ອສະແດງໃຫ້ເຫັນວ່າແປກໃຈເມື່ອຄົນທີ່ບໍ່ຄາດວ່າຈະເຮັດບາງສິ່ງບາງຢ່າງ ທີ່ລາວບໍ່ເຄີຍເຮັດຜ່ານມາ. ຄວາມຫມາຍຂອງຄຳຖາມນີ້ສາມາດເວົ້າໃຫ້ແຈ່ມແຈ້ງຂຶ້ນໄດ້. ອາດແປໄດ້ອີກວ່າ: \"ແລະດ້ວຍເຫດນັ້ນ, ເມື່ອປະຊາຊົນບໍ່ສາມາດເຊື່ອບາງລາຍງານນັ້ນ, ພວກເຂົາຄິດກ່ຽວກັບສິ່ງທີ່ເກີດຂຶ້ນກັບໂຊນ ແລະ ເວົ້າວ່າ, \"ໂຊນເປັນຫນຶ່ງໃນຜູ້ທຳ ນວາຍແທ້ບໍ?\" (ເບິ່ງເພີ່ມເຕີມ: writing_proverbs ແລະ figs_explicit)" } ]