[ { "title": "ຂໍ້ມູນທົ່ວໄປ: ", "body": "ດາວິດຍອມຮັບຂອງຂວັນຂອງອາບີກາເອນ ແລະຕົກລົງທີ່ຈະເຮັດຕາມ ສິ່ງທີ່ນາງໄດ້ແນະນຳລາວ." }, { "title": "ຈະບໍ່ມີສິ່ງໃດເຫລືອແກ່ນາບານແມ່ນແຕ່ເດັກນ້ອຍຈັກຄົນ", "body": "ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: \"ຂ້ອຍຈະບໍ່ປ່ອຍສິ່ງໃດເຫລືອແກ່ນາບານ ແມ່ນແຕ່ເດັກນ້ອຍຈັກຄົນດຽວ\" (ເບິ່ງເພີ່ມເຕີມ: figs_activepassive)" }, { "title": "ໄດ້ຮັບບັນດາສິ່ງຂອງຈາກມືຂອງນາງ", "body": "ນີ້ແມ່ນສຳນວນ. ອາບີກາເອນບໍ່ໄດ້ເອົາຂອງຂວັນທັງຫມົດ ຂຶ້ນເທິງຫລັງລາດ້ວຍຕົວຂອງນາງເອງ. ອາດແປໄດ້ອີກວ່າ: \"ຍອມຮັບຂອງຂວັນທັງຫມົດ ທີ່ນາງໄດ້ນຳມາ\" (ເບິ່ງເພີ່ມເຕີມ: figs_idiom)" }, { "title": "ໄດ້ຟັງສຽງຂອງເຈົ້າແລ້ວ", "body": "ຄຳວ່າ \"ສຽງ\" ເປັນການປຽບທຽບສຳລັບຖ້ອຍຄຳທີ່ຄົນນັ້ນເວົ້າ ແລະ ຍອມຮັບສຳລັບຄຳເວົ້າຂອງຄົນນັ້ນທີໄດ້ເວົ້າ. ອາດແປໄດ້ອີກວ່າ: \"ໄດ້ຟັງໃນສິ່ງທີ່ເຈົ້າບອກຂ້ອຍນັ້ນ\" ຫລື \"ຈະເຮັດເຫມືອນທີ່ເຈົ້າແນະນຳຂ້ອຍນັ້ນ\" (ເບິ່ງເພີ່ມເຕີມ: figs_metonymy ແລະ figs_synecdoche)" } ]