[ { "title": "ເຈົ້ານາຍຂອງຂ້ານ້ອຍ, ໄດ້ຟັງຖ້ອຍຄຳຂອງຜູ້ຮັບໃຊ້ຂອງພະອົງ ... ກະສັດແຫ່ງອິດສະຣາເອນ", "body": "ດາວິດເວົ້າເຫມືອນກັບວ່າ ລາວແລະກະສັດເປັນປະຊາຊົນອີກຄົນຫນຶ່ງທີ່ ສະແດງເຖິງຄວາມເຄົາລົບນັບຖືຕໍ່ໂຊນ. ອາດແປໄດ້ອີກວ່າ: \"ພະອົງເປັນກະສັດຂອງຂ້ານ້ອຍ, ຈົ່ງຟັງຖ້ອຍຄຳຂອງຂ້ານ້ອຍ ... ພະອົງ\" (ເບິ່ງເພີ່ມເຕີມ: figs_pronouns)" }, { "title": "ໄດ້ປຸກປັ່ນພະອົງໃຫ້ຕໍ່ສູ້ຂ້ານ້ອຍ", "body": "\"ເປັນເຫດໃຫ້ພະອົງໂກດຮ້າຍຂ້ານ້ອຍ\" " }, { "title": "ຂໍໃຫ້ພຣະອົງຮັບເຄື່ອງຖວາຍບູຊາ", "body": "ອາດຈຳເປັນເຮັດໃຫ້ມັນແຈ່ມແຈ້ງ ດ້ວຍເຫດຜົນທີ່ລາວຈະມອບເຄື່ອງຖວາຍບູຊາ. ອາດແປໄດ້ອີກວ່າ: \"ເຮົາຈະມອບເຄື່ອງຖວາຍບູຊາ ເພື່ອວ່າລາວຈະບໍ່ເປັນເຫດ ໃຫ້ພຣະອົງໂກດຮ້າຍຂ້ານ້ອຍອີກຕໍ່ໄປ\" (ເບິ່ງເພີ່ມເຕີມ: figs_explicit)" }, { "title": "ກໍຂໍໃຫ້ພວກເຂົາເປັນທີ່ສາບແຊ່ງຕໍ່ຫນ້າພຣະຢາເວ", "body": "ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: \"ຂໍພຣະຢາເວຕັດສິນທີ່ຈະລົງໂທດພວກເຂົາ\" (ເບິ່ງເພີ່ມເຕີມ: figs_activepassive)" }, { "title": "ເພາະພວກເຂົາໄດ້ຂັບໄລ່ຂ້ານ້ອຍອອກໄປໃນວັນນີ້, ຈາກສ່ວນແບ່ງໃນມໍລະດົກຂອງພຣະຢາເວໄດ້ກ່າວໄວ້; ພວກເຂົາໄດ້ກ່າວກັບຂ້ານ້ອຍວ່າ, 'ຈົ່ງໄປຮັບໃຊ້ພວກພະອຶ່ນໆ.'", "body": "ເພາະພວກເຂົາໄດ້ຂັບໄລ່ຂ້ານ້ອຍອອກໄປໃນວັນນີ້, ເຫມືອນກັບວ່າ ພວກເຂົາຕ້ອງການໃຫ້ຂ້ານ້ອຍຢຸດເກາະຕິດ ຈາກສ່ວນແບ່ງໃນມໍລະດົກຂອງພຣະຢາເວ. ເຫມືອນກັບວ່າ ພວກເຂົາໄດ້ກ່າວກັບຂ້ານ້ອຍວ່າ, 'ຈົ່ງໄປຮັບໃຊ້ພວກພະອຶ່ນໆ.'" }, { "title": "ຈາກສ່ວນແບ່ງໃນມໍລະດົກຂອງພຣະຢາເວ", "body": "\"ເພື່ອວ່າ ຂ້ານ້ອຍຈະບໍ່ໄດ້ໄວ້ວາງໃຈ ວ່າພຣະຢາເວຈະມອບໃຫ້ຂ້ານ້ອຍ ເຖິງສິ່ງທີ່ພຣະອົງຊົງສັນຍາກັບຂ້ານ້ອຍ\"" }, { "title": "ຂໍຢ່າໃຫ້ເລືອດຂອງຂ້ານ້ອຍຕົກເຖິງດິນ", "body": "ນີ້ແມ່ນວິທີທາງການເວົ້າທີ່ສຸພາບວ່າ \"ຢ່າປະຫານຂ້ານ້ອຍເລີຍ.\" (ເບິ່ງເພີ່ມເຕີມ: figs_euphemism)" }, { "title": "ຫມັດໂຕດຽວ", "body": "ດາວິດໃຊ້ຄຳວ່າ \"ຫມັດໂຕດຽວ\" ເປັນການປຽບທຽບເຖິງຄົນ, ຕົວລາວເອງ, ຜູ້ທີ່ບໍ່ສາມາດທຳອັນຕະລາຍໃດໆ. ອາດແປໄດ້ອີກວ່າ: \"ນີ້ແມ່ນຫມັດໂຕດຽວ\" ຫລື \"ຂ້ານ້ອຍ, ແລະ ຂ້ານ້ອຍບໍ່ສາມາດທຳອັນຕະລາຍແກ່ທ່ານໄດ້ອີກແລ້ວ ກວ່າຫມັດໂຕດຽວສາມາດເຮັດໄດ້\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ດັ່ງຜູ້ໄລ່ຕາມນົກກະທາຢູ່ເທິງພູເຂົາທັງຫລາຍ", "body": "ໂຊນເປັນຜູ້ໄລ່ຕາມດາວິດ ເຫມືອນກັບວ່າ ລາວເປັນຜູ້ນາຍພານທີ່ໃຫ້ຄຸນຄ່າແກ່ນົກປ່າ. (ເບິ່ງເພີ່ມເຕີມ: figs_simile ແລະ translate_unknown)" } ]