[ { "title": "ປະໂຫຍກເຊື່ອມຕໍ່: ", "body": "ດາວິດສືບຕໍ່ເວົ້າກັບໂຢນາທານ. " }, { "title": "ແກ່ຜູ້ຮັບໃຊ້ຂອງທ່ານດ້ວຍ ... ໄດ້ນຳຜູ້ຮັບໃຊ້ຂອງທ່ານ", "body": "ດາວິດເວົ້າເຫມືອນກັບວ່າ ລາວເປັນບຸກຄົນທີສາມ ໃນຮູບແບບຂອງການຖ່ອມຕົວຖ່ອມໃຈ. ອາດແປໄດ້ອີກວ່າ: \"ກັບຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ ... ໄດ້ນຳຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ\" ຫລື \"ກັບຂ້ານ້ອຍ​ ... ໄດ້ນຳຂ້ານ້ອຍ\" (ເບິ່ງເພີ່ມເຕີມ: figs_pronouns)" }, { "title": "ທ່ານໄດ້ນຳຜູ້ຮັບໃຊ້ຂອງທ່ານເຂົ້າສູ່ພັນທະສັນຍາແຫ່ງພຣະຢາເວກັບທ່ານ.", "body": "ສິ່ງນີ້ໄດ້ເກີດຂຶ້ນຄື ຊາຍທັງສອງໄດ້ເຮັດຂໍ້ຕົກລົງກັນ ສາມາດເຮັດໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: \"ພຣະຢາເວຍິນພວກເຮົາ ເມື່ອພວກເຮົາເຮັດຂໍ້ຕົກລົງຢ່າງຫນັກເຫນັ້ນກັບຂ້ານ້ອຍ, ວ່າທັງທ່ານ ແລະຂ້ານ້ອຍຈະເປັນມິດສະຫາຍທີ່ດີຕໍ່ກັນສະເຫມີໄປ\" (ເບິ່ງເພີ່ມເຕີມ: figs_explicit)" }, { "title": "ເປັນຫຍັງທ່ານຈະນຳຂ້າພະເຈົ້າໃຫ້ພໍ່ຂອງທ່ານຫລື?", "body": "ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບ ສາມາດແປໄດ້ໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ແລ້ວຈະບໍ່ມີເຫດຜົນຫຍັງ ສຳລັບທ່ານ ທີ່ຈະນຳຂ້ານ້ອຍໄປໃຫ້ພໍ່ຂອງທ່ານ\" (ເບິ່ງເພີ່ມເຕີມ: figs_rquestion) " }, { "title": "ຢ່າໃຫ້ເປັນຢ່າງນັ້ນສຳລັບເຈົ້າເລີຍ!", "body": "ນີ້ແມ່ນສຳນວນທີ່ ຫມາຍຄວາມວ່າ ມັນຈະບໍ່ເກີດຂຶ້ນກັບເຈົ້າຢ່າງແນ່ນອນ. ອາດແປໄດ້ອີກວ່າ: \"ນີ້ຈະບໍ່ເກີດຂຶ້ນກັບເຈົ້າຢ່າງແນ່ນອນ!\" (ເບິ່ງເພີ່ມເຕີມ: figs_idiom)" }, { "title": "ເຮົາຈະບໍ່ບອກເຈົ້າຫລື?", "body": "ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ເຮົາຈະບອກເຈົ້າຢ່າງແນ່ນອນ.\" (ເບິ່ງເພີ່ມເຕີມ: figs_rquestion)" } ]