[ { "title": "ພຣະຢາເວໄດ້ຈີກອານາຈັກຂອງອິດສະຣາເອນ", "body": "ນີ້ອ້າງເຖິງກ່ອນເມື່ອເຖິງໂຊນຈີກເສື້ອຂອງຊາມູເອນຂາດໃນ 15:26. ສາມາດເວົ້າໃຫ້ແຈ່ມແຈ້ງຂຶ້ນໄດ້. ອາດແປໄດ້ອີກວ່າ: \"ເຫມືອນກັນກັບທີ່ເຈົ້າໄດ້ຈີກເສື້ອຂອງຂ້ອຍຂາດ, ພຣະຢາເວຈະຈີກອານາຈັກອິດສະຣາເອນເຊັ່ນກັນ. (ເບິ່ງເພີ່ມເຕີມ: figs_explicit)" }, { "title": "ໄດ້ມອບໃຫ້ແກ່ຄົນອຶ່ນ, ທີ່ດີກວ່າທ່ານ", "body": "ພຣະເຈົ້າໄດ້ຕັດເລືອກຄົນຜູ້ທີ່ຈະເປັນກະສັດອົງຕໍ່ໄປຫລັງຈາກ ໂຊນ. " }, { "title": "ຄວາມເຂັ້ມແຂງຂອງຄົນອິດສະຣາເອນ", "body": "ສຳນວນນີ້ ອ້າງອິງເຖິງພຣະຢາເວ, ຜູ້ທີ່ຈະໃຫ້ກຳລັງແກ່ຊາວອິດສະຣາເອນ. ອາດແປໄດ້ອີກວ່າ: \"ພຣະຢາເວ, ຜູ້ທີ່ໃຫ້ກຳລັງແກ່ອິດສະຣາເອນ\" (ເບິ່ງເພີ່ມເຕີມ: figs_idiom ແລະ figs_metonymy)" }, { "title": "ຈະບໍ່ຕົວະ ຫລື ປ່ຽນໃຈຂອງພຣະອົງ", "body": "ນີ້ແມ່ນການເວົ້າເຫມືອນໃນທາງລົບເພື່ອເນັ້ນຫນັກໃຫ້ເຫັນວ່າພຣະເຈົ້າຊົງບອກຄວາມຈິງ. ນີ້ສາມາດເວົ້າໃນຮູບແບບທາງບວກໄດ້. ອາດແປໄດ້ອີກວ່າ: \"ຈະບອກຄວາມຈິງຕະຫລອດເວລາ ແລະ ເຮັດໃນສິ່ງທີ່ພຣະອົງເວົ້າ\" (ເບິ່ງເພີ່ມເຕີມ: figs_litotes)" }, { "title": "ໃຈຂອງພຣະອົງ", "body": "ຄຳອ້າງອິງຈະໃຫ້ເຫັນຄວາມຄິດ ແລະການຕັດສິນໃຈ. ອາດແປໄດ້ອີກວ່າ: \"ສິ່ງທີ່ພຣະອົງໄດ້ຕັດສິນໃຈທີ່ຈະເຮັດ\" (ເບິ່ງເພີ່ມເຕີມ: figs_metonymy)" }, { "title": "ເພາະວ່າພຣະອົງບໍ່ແມ່ນມະນຸດ, ທີ່ປ່ຽນໃຈຂອງພຣະອົງໄດ້", "body": "ນີ້ແມ່ນການເວົ້າເຫມືອນໃນທາງລົບ ເພື່ອເນັ້ນຫນັກໃຫ້ເຫັນວ່າ ພຣະເຈົ້າເປັນທີ່ໄວ້ວາງໃຈໄດ້. ສາມາດເວົ້າໃນຮູບແບບທາງບວກໄດ້. ອາດແປໄດ້ອີກວ່າ: \"ພຣະອົງເປັນພຣະເຈົ້າ, ແລະ ຈະເຮັດໃນສິ່ງທີ່ພຣະອົງເວົ້າວ່າພຣະຈະເຮັດນັ້ນ\" (ເບິ່ງເພີ່ມເຕີມ: figs_litotes)" } ]