[ { "title": "ຂ້ານ້ອຍເປັນຍິງຄົນຫນຶ່ງທີ່ມີຈິດໃຈໂສກເສົ້າ", "body": "\"ຂ້ານ້ອຍເປັນຍິງຄົນຫນຶ່ງທີ່ໂສກເສົ້າລຫລາຍ\" " }, { "title": "ຂ້ານ້ອຍໄດ້ເປີດໃຈຕໍ່ຫນ້າພຣະຢາເວ", "body": "ນີ້ເປັນສຳນວນທີ່ຫມາຍຄວາມວ່າ \"ບອກກັບພຣະຢາເວດ້ວຍຄວາມຮູ້ສືກສ່ວນເລິກພາຍໃນ.\" (ເບິ່ງເພີ່ມເຕີມ: figs_idiom)" }, { "title": "ຢ່າຄິດວ່າຜູ້ຮັບໃຊ້ຂອງທ່ານເປັນ", "body": "ຮັນນາເວົ້າກ່ຽວກັບຕົວຂອງນາງເອງ ເປັນບຸກຄົນທີສອງທີ່ສະແດງຄວາມຖ່ອມໃຈຂອງນາງ. ສາມາດເວົ້າເປັນບຸກຄົນທຳອິດໄດ້. ອາດແປໄດ້ອີກວ່າ: \"ຢ່າຄິດວ່າຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ, ເປັນ\" ຫລື \"ຢ່າຄິດວ່າຂ້ານ້ອຍ\" (ເບິ່ງເພີ່ມເຕີມ: figs_123person)" }, { "title": "ຂ້ານ້ອຍໄດ້ເວົ້າອອກມາດ້ວຍຄວາມກັງວົນໃຈ ແລະ ຄວາມອັດອັ້ນໃຈຢ່າງທີ່ສຸດຂອງຂ້ານ້ອຍ", "body": "ນີ້ແມ່ນວິທີການເວົ້າອີກວິທີຫນຶ່ງ ທີ່ນາງໄດ້ \"ຄວາມເຈັບປວດໃນໃຈ\" ເຫມືອນໃນ 1:15. ຄຳນາມທີ່ບໍ່ມີຕົວຕົນ \"ຫລວງຫລາຍ,\" \"ຄວາມກັງວົນ,\" ແລະ \"ການເຮັດໃຫ້ໃຈຮ້າຍ\" ສາມາດແປເປັນຄຳຄຸນນາມ ແລະຄຳກິລິຍາໄດ້. ອາດແປໄດ້ອີກວ່າ: \"ຂ້ານ້ອຍໄດ້ເວົ້າຢ່າງນີ້ ເພາະວ່າຂ້ານ້ອຍໂສກເສົ້າຫລາຍ, ແລະ ຄູ່ແຂ່ງຂອງຂ້ານ້ອຍໄດ້ເຍາະເຍີ້ຍຂ້ານ້ອຍຢ່າງໃຫຍ່ຫລວງ\" (ເບິ່ງເພີ່ມເຕີມ: figs_abstractnouns)" }, { "title": "ຄວາມກັງວົນໃຈ ແລະ ຄວາມອັດອັ້ນໃຈ", "body": "ຄຳສັບທັງຄູ່ນີ້ ຫມາຍຄວາມວ່າຮັນນາໂສກເສົ້າ ແລະ ຜິດຫວັງ ເພາະວ່າຄູ່ແຂ່ງຂອງນາງໄດ້ເຍາະເຍີ້ຍນາງ. (ເບິ່ງເພີ່ມເຕີມ: figs_doublet)" }, { "title": "ຄວາມກັງວົນໃຈ ", "body": "ນາງເປນີນາເຄືອງໃຈ ແລະ ກວນໃຈນາງ. " }, { "title": "ຄວາມອັດອັ້ນໃຈ", "body": "ຮັນນາແມ່ນອ້າງອິງເຖິງຄວາມໂສກເສົ້າ ແລະຄວາມອາຍທີ່ນາງຮູ້ສືກ ເພາະວ່າເປນີນາໃຈດຳກັບນາງ. " } ]