\v 10 ແລ້ວພຣະທັມຂອງພຣະຢາເວມາຍັງຊາມູເອນ, ກ່າວວ່າ, \v 11 "ເຮົາເສຍໃຈແລ້ວທີ່ເຮົາໄດ້ຕັ້ງໂຊນເປັນກະສັດ, ເພາະລາວໄດ້ຫັນຈາກການຕິດຕາມເຮົາ ແລະບໍ່ໄດ້ເຮັດຕາມພຣະບັນຍັດຂອງເຮົາ." ຊາມູເອນກໍໂກດຮ້າຍລາວ; ຈຶ່ງໄດ້ຮ້ອງທູນຕໍ່ພຣະຢາເວຕະຫລອດຄືນ.