lo_1sa_text_ulb_l3/02/20.txt

1 line
972 B
Plaintext

\v 20 ເອລີໄດ້ອວຍພອນເອນການາ ແລະ ເມຍຂອງລາວເວົ້າວ່າ, "ຂໍພຣະຢາເວປຣະທານລູກຫລາຍຄົນໃຫ້ແກ່ທ່ານອີກໂດຍຜູ້ຍິງຄົນນີ້ ເພາະວ່າຄົນທີ່ນາງເຄີຍຂໍນັ້ນ ໄດ້ມອບຖວາຍໃຫ້ພຣະຢາເວ." ແລ້ວພວກເຂົາກໍໄດ້ກັບເມືອເຮືອນຂອງພວກເຂົາເອງ. \v 21 ພຣະຢາເວໄດ້ຊ່ວຍຮັນນາ, ແລະ ນາງກໍຖືພາອີກເທື່ອຫນຶ່ງ. ນາງໄດ້ເກີດລູກຊາຍສາມຄົນ ແລະລູກສາວສອງຄົນ. ຂະນະທີ່, ເດັກຊາຍຊາມູເອນກໍເຕີບໃຫຍ່ຂຶ້ນຕໍ່ພຣະພັກພຣະຢາເວ.