lo_1sa_text_ulb_l3/17/52.txt

1 line
1.1 KiB
Plaintext

\v 52 ແລ້ວຄົນອິດສະຣາເອນແລະຄົນຢູດາກໍໄດ້ລຸກຂຶ້ນໂຫ່ຮ້ອງ, ແລະໄລ່ຕາມພວກຟີລິດສະຕິນໄກໄປຈົນເຖິງຮ່ອມພູ ແລະ ເຖິງທີ່ປະຕູເມືອງເອກໂລນ. ຄົນຟີລິດສະຕິນຕາຍຊະຊາຍຕາມທາງເຖິງຊາອາຣາອິມ, ຕະຫລອດທາງໄປເຖິງກາດແລະເອກໂລນ. \v 53 ປະຊາຊົນອິດສະຣາເອນໄດ້ກັບມາຈາກການໄລ່ຕິດຕາມຄົນຟີລິດສະຕິນ, ແລະພວກເຂົາກໍໄດ້ປຸ້ນຄ້າຍຂອງພວກເຂົາ. \v 54 ດາວິດກໍໄດ້ນຳຫົວຂອງຄົນຟີລິດສະຕິນ ແລະໄດ້ນຳມານະຄອນເຢຣູຊາເລັມ, ແຕ່ລາວໄດ້ວາງເຄື່ອງອາວຸດຂອງລາວໄວ້ໃນເຕັ້ນຂອງລາວ.