lo_1sa_text_ulb_l3/15/01.txt

1 line
1.3 KiB
Plaintext

\c 15 \v 1 ຊາມູເອນກໍໄດ້ກ່າວກັບໂຊນວ່າ, "ພຣະຢາເວໄດ້ໃຊ້ຂ້າພະເຈົ້າມາເຈີມທ່ານເປັນກະສັດເຫນືອປະຊາຊົນອິດສະຣາເອນຂອງພຣະອົງ. ບັດນີ້ ຈົ່ງຟັງຄຳສັ່ງຂອງພຣະຢາເວ. \v 2 ນີ້ຄືສິ່ງທີ່ພຣະຢາເວຈອມໂຢທາໄດ້ກ່າວວ່າ, 'ເຮົາໄດ້ຈົດຈຳສິ່ງທີ່ອາມາເຫລັກໄດ້ເຮັດຕໍ່ອິດສະຣາເອນຄືສະກັດກັ້ນຄົນອິດສະຣາເອນລະຫວ່າງທາງ, ເມື່ອພວກເຂົາອອກຈາກແຜ່ນດິນເອຢິບ. \v 3 ບັດນີ້ ຈົ່ງໄປ ແລະ ໂຈມຕີອາມາເຫລັກ ແລະ ທຳລາຍທຸກສິ່ງທີ່ພວກເຂົາມີທັງຫມົດ. ຢ່າໄດ້ປານີພວກເຂົາ, ແຕ່ຈົ່ງຂ້າທັງຜູ້ຊາຍ ແລະຜູ້ຍິງ, ເດັກນ້ອຍແລະແອນ້ອຍ, ງົວແລະແກະ, ອູດແລະລາດ້ວຍ."