\v 31 ພວກເຂົາໄດ້ຂ້າຄົນຟີລິດສະຕິນໃນວັນນັ້ນຈາກມິກມາດ ເຖິງໄອຢາໂລນ. ປະຊາຊົນກໍອ່ອນເພີຍຫລາຍທີ່ສຸດ. \v 32 ປະຊາຊົນໄດ້ແລ່ນຢ່າງລະໂມບເຂົ້າຫາຂອງທີ່ຍຶດມາໄດ້ ແລະ ໄດ້ເອົາແກະ, ງົວ ແລະ ລູກງົວ, ແລະຂ້າພວກມັນເທິງແຜ່ນດິນ. ປະຊາຊົນກໍໄດ້ກິນພ້ອມກັບເລືອດ.