lo_1sa_text_ulb_l3/31/04.txt

1 line
1.4 KiB
Plaintext

\v 4 ແລ້ວໂຊນໄດ້ເວົ້າກັບຄົນຖືອາວຸດຂອງພະອົງວ່າ, "ຈົ່ງຊັກດາບຂອງເຈົ້າອອກ ແລະແທງເຮົາເສຍໃຫ້ທະລຸ. ບໍ່ດັ່ງນັ້ນ, ຢ້ານວ່າພວກທີ່ບໍ່ໄດ້ເຂົ້າພິທີຕັດເຫລົ່ານີ້ຈະມາ ແລະ ເຮັດປ່າເຖື່ອນຕໍ່ເຮົາ." ແຕ່ຜູ້ຖືອາວຸດຂອງພະອົງບໍ່ໄດ້ເຮັດຕາມ, ເພາະລາວຢ້ານກົວຫລາຍ. ດັ່ງນັ້ນ ໂຊນຈຶ່ງໄດ້ຈັບດາບຂອງພະອົງຂຶ້ນມາແລະຫລົ້ມທັບດາບນັ້ນ. \v 5 ເມື່ອຜູ້ຖືອາວຸດຂອງພະອົງໄດ້ເຫັນວ່າໂຊນຕາຍແລ້ວ, ລາວກໍໄດ້ຫລົ້ມທັບດາບຂອງລາວຕາຍຄືກັນກັບພະອົງ. \v 6 ດັ່ງນັ້ນ ໂຊນກໍໄດ້ຕາຍ, ລູກຊາຍສາມຄົນຂອງພະອົງ, ແລະຜູ້ຖືອາວຸດຂອງພະອົງ—ລວມທັງຄົນເຫລົ່ານີ້ທັງຫມົດ ກໍໄດ້ຕາຍໃນວັນດຽວກັນນັ້ນເອງ.