lo_1sa_text_ulb_l3/16/04.txt

1 line
1.1 KiB
Plaintext

\v 4 ຊາມູເອນກໍໄດ້ເຮັດຕາມທີ່ພຣະຢາເວໄດ້ກ່າວ ແລະ ໄດ້ໄປທີ່ເບັດເລເຮັມ. ພວກເຖົ້າແກ່ຂອງເມືອງນັ້ນກໍຕົວສັ່ນ ໃນຂະນະທີ່ເຂົ້າມາພົບລາວ ແລະ ໄດ້ກ່າວວ່າ, "ທ່ານມາຢ່າງສັນຕິຫລື?" \v 5 ລາວກ່າວວ່າ, "ຢ່າງສັນຕິ; ຂ້າພະເຈົ້າມາຖວາຍສັດບູຊາແດ່ພຣະຢາເວ. ຈົ່ງກຽມພ້ອມຊຳລະຕົວຂອງພວກທ່ານໃຫ້ບໍຣິສຸດ ແລະມາກັບຂ້າພະເຈົ້າ ເພື່ອໄປຖວາຍສັດບູຊາ." ແລ້ວຊາມູເອນກໍໄດ້ຊຳລະຕົວເຢຊີ ແລະ ບັນດາລູກຊາຍຂອງລາວໃຫ້ບໍຣິສຸດ ແລະເຊີນພວກເຂົາໄປຖວາຍສັດບູຊາດ້ວຍ.