lo_1sa_text_ulb_l3/12/16.txt

1 line
1.5 KiB
Plaintext

\v 16 ເຖິງແມ່ນບັດນີ້ ພວກທ່ານສະແດງຕົວຂອງພວກທ່ານ ແລະ ເບິ່ງສິ່ງທີ່ຍິ່ງໃຫຍ່ນີ້ ຊຶ່ງພຣະຢາເວຈະກະທຳຕໍ່ຫນ້າຕໍ່ຕາຂອງພວກທ່ານ. \v 17 ວັນນີ້ບໍ່ແມ່ນຫລືທີ່ເປັນວັນເກັບກ່ຽວເຂົ້າບາເລ້? ຂ້ານ້ອຍຈະຮ້ອງທູນຕໍ່ພຣະຢາເວ, ຂໍພຣະອົງໃຫ້ມີຟ້າຮ້ອງ ແລະ ຝົນມາ. ແລ້ວພວກເຈົ້າຈະໄດ້ຮູ້ ແລະ ໄດ້ເຫັນວ່າຄວາມຊົ່ວຮ້າຍຂອງພວກທ່ານຫລາຍພຽງໃດ ຊຶ່ພວກທ່ານໄດ້ເຮັດໃນສາຍຕາຂອງພຣະຢາເວ, ໃນການທີ່ໄດ້ທູນຂໍໃຫ້ມີກະສັດສຳລັບພວກທ່ານເອງ." \v 18 ດັ່ງນັ້ນ ຊາມູເອນຈຶ່ງໄດ້ຮ້ອງທູນຕໍ່ພຣະຢາເວ; ແລະໃນວັນດຽວກັນນັ້ນ ພຣະຢາເວໃຫ້ມີຟ້າຮ້ອງແລະ ຝົນມາ. ແລ້ວປະຊາຊົນທັງປວງກໍໄດ້ຢ້ານກົວພຣະຢາເວ ແລະ ຊາມູເອນໃຫຍ່ຫລວງຫລາຍ.