lo_1sa_text_ulb_l3/12/08.txt

1 line
1.2 KiB
Plaintext

\v 8 ເມື່ອຢາໂຄບໄດ້ເຂົ້າໄປໃນເອຢິບ, ແລະ ບັນພະບູຣຸດທັງຫລາຍຂອງພວກທ່ານໄດ້ຮ້ອງທູນຕໍ່ພຣະຢາເວ, ແລ້ວພຣະຢາເວກໍໄດ້ໃຊ້ໂມເຊກັບອາໂຣນ, ຜູ້ຊຶ່ງໄດ້ນຳບັນພະບູຣຸດຂອງພວກທ່ານອອກຈາກເອຢິບ ແລະ ພວກເຂົາໄດ້ມາອາໄສຢູ່ໃນສະຖານທີ່ນີ້. \v 9 ແຕ່ພວກເຂົາໄດ້ລືມພຣະຢາເວພຣະເຈົ້າຂອງພວກເຂົາ; ພຣະອົງໄດ້ຂາຍພວກເຂົາໄວ້ໃນມືຂອງສິເສຣາ, ແມ່ທັບຂອງກອງທັບແຫ່ງເມືອງຮາໂຊ, ໃນມືຂອງຟີລິດສະຕິນ, ແລະໃນມືຂອງກະສັດແຫ່ງໂມອາບ; ແລະເຂົາເຫລົ່ານີ້ກໍໄດ້ຕໍ່ສູ້ກັບບັນພະບູລຸດທັງຫລາຍຂອງພວກທ່ານ.