lo_1sa_text_ulb_l3/10/11.txt

1 line
1.1 KiB
Plaintext

\v 11 ເມື່ອທຸກຄົນທີ່ຮູ້ຈັກລາວ ກ່ອນມາເຫັນລາວປະກາດພຣະທຳຢູ່ກັບພວກຜູ້ປະກາດພຣະທຳນັ້ນ, ປະຊາຊົນເຫລົ່ານັ້ນກໍໄດ້ເວົ້າກັນວ່າ, "ເກີດຫຍັງຂຶ້ນກັບລູກຊາຍຂອງກີເຊ? ຕອນນີ້ໂຊນໄດ້ຢູ່ໃນຈຳພວກຜູ້ປະກາດພຣະທຳດ້ວຍຫລື?" \v 12 ຜູ້ຊາຍຄົນຫນຶ່ງທີ່ມາຈາກທີ່ນັ້ນເຫມືອນກັນໄດ້ຕອບວ່າ, "ແລ້ວບິດາຂອງພວກເຂົາເປັນໃຜ?" ດ້ວຍເຫດນີ້, ກໍກາຍເປັນຄຳກ່າວວ່າ, "ໂຊນເປັນຜູ້ປະກາດພຣະທຳອີກຄົນຫນຶ່ງຫລື?" \v 13 ເມືອລາວໄດ້ປະກາດພຣະທຳສຳເລັດແລ້ວ, ລາວກໍໄດ້ມາຍັງສະຖານທີ່ສັກສິດ.