lo_1sa_text_ulb_l3/07/13.txt

1 line
1.1 KiB
Plaintext

\v 13 ດັ່ງນັ້ນ ຄົນຟີລິດສະຕິນຈຶ່ງພ່າຍແພ້ ແລະພວກເຂົາບໍ່ໄດ້ເຂົ້າມາໃນເຂດແດນຂອງອິດສະຣາເອນອີກເລີຍ. ພຣະຫັດຂອງພຣະຢາເວໄດ້ຕໍ່ສູ້ຄົນຟີລິດສະຕິນຕະຫລອດຊີວິດຂອງຊາມູເອນ. \v 14 ບັນດາເມືອງທີ່ຄົນຟີລິດສະຕິນໄດ້ຍຶດໄປຈາກອິດສະຣາເອນນັ້ນ ກໍໄດ້ຄືນມາເປັນຂອງອິດສະຣາເອນອີກ, ຕັ້ງແຕ່ເມືອງເອກໂຣນເຖິງເມືອງກາດ; ອິດສະຣາເອນກໍໄດ້ຢຶດເຂດຊາຍແດນຄືນມາຈາກມືຂອງຄົນຟີລິດສະຕິນ. ແລ້ວກໍມີສັນຕິພາບລະຫວ່າງອິດສະຣາເອນແລະຄົນອຳໂມນດ້ວຍ.