lo_1sa_text_ulb_l3/07/07.txt

1 line
1.1 KiB
Plaintext

\v 7 ບັດນີ້ ເມື່ອຄົນຟີລິດສະຕິນໄດ້ຍິນວ່າ ປະຊາຊົນຊາວອິດສະຣາເອນໄດ້ມາປະຊຸມກັນທີ່ເມືອງມິຊະປາ, ພວກເຈົ້ານາຍຂອງຄົນຟີລິດສະຕິນກໍໄດ້ຍົກກອງທັບຂຶ້ນມາໂຈມຕີ. ເມື່ອປະຊາຊົນຊາວອິດສະຣາເອນໄດ້ຍິນເຊັ່ນນັ້ນ, ພວກເຂົາກໍຢ້ານກົວຄົນຟີລິດສະຕິນ. \v 8 ແລ້ວປະຊາຊົນຊາວອິດສະຣາເອນໄດ້ເວົ້າຕໍ່ຊາມູເອນວ່າ, "ຢ່າຢຸດຮ້ອງທູນພຣະຢາເວພຣະເຈົ້າຂອງພວກເຮົາ ເພື່ອພວກເຮົາ, ເພື່ອທີ່ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນຈາກມືຂອງຄົນຟີລິດສະຕິນ."