lo_1sa_text_ulb_l3/02/29.txt

1 line
1.6 KiB
Plaintext

\v 29 ເຫດໃດ, ພວກເຈົ້າຈຶ່ງດູຫມິ່ນເຄື່ອງຖວາຍບູຊາຂອງເຮົາ ແລະ ສິ່ງຂອງຖວາຍທີ່ເຮົາໄດ້ສັ່ງໄວ້ໃນບ່ອນທີ່ເຮົາສະຖິດຢູ່? ເປັນຫຍັງພວກເຈົ້າໃຫ້ກຽຕແກ່ລູກຊາຍທັງສອງຂອງເຈົ້າເຫນືອເຮົາ ໂດຍເຮັດໃຫ້ໂຕຂອງພວກເຈົ້າອ້ວນພີ ດ້ວຍສ່ວນທີ່ດີທີ່ສຸດຂອງເຄື່ອງຖວາຍທຸກຢ່າງຈາກປະຊາຊົນອິສະຣາເອນຂອງເຮົາ?' \v 30 ເພາະສະນັ້ນ, ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຊົງກ່າວວ່າ, 'ເຮົາໄດ້ສັນຍາວ່າເຊື້ອສາຍຂອງເຈົ້າ, ແລະເຊື້ອສາຍຂອງບັນດາບັນພະບຸຣຸດຂອງເຈົ້າຈະດຳເນີນຢູ່ຕໍ່ຫນ້າເຮົາເປັນນິດ.' ແຕ່ບັດນີ້ພຣະຢາເວຊົງກ່າວວ່າ, 'ຂໍໃຫ້ການນັ້ນຫ່າງໄກໄປຈາກເຮົາ, ເພາະເຮົາຈະໃຫ້ກຽຕແກ່ບັນດາຜູ້ທີ່ໃຫ້ກຽຕເຮົາ, ແຕ່ບັນດາຜູ້ທີ່ຫມິ່ນປະຫມາດເຮົາ ຈະຕົກຕໍ່າລົງ.