lo_1sa_text_ulb_l3/02/12.txt

1 line
1.2 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 12 ບັດນີ້ ບັນດາລູກຊາຍຂອງເອລີເປັນຄົນໄຮ້ຄ່າ. ພວກເຂົາບໍ່ຮູ້ຈັກກັບພຣະຢາເວ. \v 13 ປະເພນີຂອງພວກປະໂລຫິດຕໍ່ປະຊາຊົນເປັນຢ່າງນີ້ ເມື່ອມີຊາຍຄົນໃດຖວາຍເຄື່ອງສັດບູຊາ, ຄົນຮັບໃຊ້ຂອງປະໂລຫິດຈະເຂົ້າມາກັບສ້ອມສາມງ່າມໃນມືຂອງລາວ, ຂະນະທີ່ຊີ້ນກຳລັງຕົ້ມຢູ່ນັ້ນ. \v 14 ລາວຈະເອົາສ້ອມສາມງ່າມແທງເຂົ້າໄປໃນຫມໍ້, ຫລື ຫມໍ້ຫູ, ຫລືຫມໍ້ຕົ້ມຂະຫນາດໃຫຍ່. ສ້ອມທີ່ຖືກນຳຂຶ້ນມາຖືກສິ່ງໃດປະໂລຫິດກໍເອົາໄວ້ສຳລັບລາວ. ພວກເຂົາເຮັດເຊັ່ນນັ້ນຢູ່ຊີໂລ ແກ່ຊາວອິສະຣາເອນທຸກຄົນທີ່ມາທີ່ນັ້ນ.