lo_1sa_text_ulb_l3/11/01.txt

1 line
983 B
Plaintext

\c 11 \v 1 ແລ້ວນາຮັດຄົນອຳໂມນກໍໄດ້ໄປ ແລະໄດ້ຕັ້ງລ້ອມເມືອງຢາເບດ ກີເລອາດ. ຊາວເມືອງຢາເບດທັງຫມົດຈຶ່ງໄດ້ເວົ້າກັບນາຮັດວ່າ, "ຈົ່ງເຮັດພັນທະສັນຍາກັບພວກເຮົາ, ແລະພວກເຮົາຈະຍອມຮັບໃຊ້ພວກທ່ານ." \v 2 ແຕ່ນາຮັດຄົນອຳໂມນໄດ້ຕອບພວກເຂົາວ່າ, "ຕາມເງື່ອນໄຂນີ້ ຂ້ອຍຈະເຮັດພັນທະສັນຍາກັບພວກທ່ານ, ຄືວ່າເຮົາຈະຄວັກຕາຂອງພວກເຈົ້າທຸກຄົນ, ແລະ ດ້ວຍວິທີນີ້ຈະເປັນທີ່ອັບປະຍົດແກ່ອິດສະຣາເອນທັງປວງ."