lo_1sa_text_ulb_l3/09/12.txt

1 line
1.3 KiB
Plaintext

\v 12 ພວກນາງໄດ້ຕອບ, ແລະກ່າວວ່າ, "ລາວຢູ່ທີ່ນີ້; ເບິ່ງແມ໋, ລາວຢູ່ດ້ານຫນ້າພວກທ່ານ. ຟ້າວໄປເຖີ້ນ, ເພາະວ່າ ລາວກຳລັງເຂົ້າມາທີ່ເມືອງວັນນີ້, ເພາະວ່າປະຊາຊົນຈະມີການຖວາຍສັດບູຊາຢູ່ທີ່ສະຖານທີ່ສູງໃນວັນນີ້. \v 13 ທັນທີທີ່ພວກທ່ານເຂົ້າໄປໃນເມືອງ ພວກທ່ານຈະພົບລາວກ່ອນທີ່ລາວຈະຂຶ້ນໄປສະຖານທີ່ສັກສັກສິດ ເພື່ອຮັບປະທານອາຫານ. ປະຊາຊົນຈະບໍ່ຮັບປະທານອາຫານຈົນກວ່າລາວຈະມາ, ເພາະລາວຕ້ອງມາອວຍພອນເຄື່ອງສັດບູຊາ; ຫລັງຈາກນັ້ນ ພວກຜູ້ທີ່ໄດ້ຖືກເຊີນຈຶ່ງຈະຮັບປະທານ. ບັດນີ້ ຂຶ້ນໄປເຖີດ, ເພາະພວກທ່ານຈະໄດ້ພົບກັບລາວທັນທີ."