lo_1sa_text_ulb_l3/30/01.txt

1 line
790 B
Plaintext

\c 30 \v 1 ແລ້ວສິ່ງນີ້ກໍໄດ້ເກີດຂຶ້ນ, ເມື່ອດາວິດແລະຄົນຂອງລາວໄດ້ມາເຖິງຊິກລັກໃນວັນທີ່ສາມ, ຄົນອາມາເລກໄດ້ມາປຸ້ນເນແກບແລະຊິກລັກ. ພວກເຂົາໄດ້ໂຈມຕີຊິກລັກ, ໄດ້ເຜົາຊິກລາກເສຍ, \v 2 ແລະໄດ້ຈັບພວກຜູ້ຍິງກັບທຸກຄົນທີ່ຢູ່ໃນນັ້ນ, ທັງເດັກນ້ອຍແລະຜູ້ໃຫຍ່. ພວກເຂົາບໍ່ໄດ້ຂ້າໃຜ, ແຕ່ໄດ້ກວາດຕ້ອນໄປຕາມທາງຂອງພວກເຂົາ.