lo_1sa_text_ulb_l3/05/08.txt

1 line
1.6 KiB
Plaintext

\v 8 ດັ່ງນັ້ນ ພວກເຂົາຈຶ່ງໄດ້ໃຊ້ຄົນໄປ ແລະ ໄດ້ເອີ້ນປະຊຸມພວກເຈົ້ານາຍທັງຫມົດຂອງຊາວຟີລິດສະຕິນ; ພວກເຂົາເວົ້າກັນວ່າ, "ເຮົາຈະເຮັດຢ່າງໃດດີກັບຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິດສະຣາເອນ?" ພວກເຂົາຕອບວ່າ, "ໃຫ້ເຮົາຍ້າຍຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິດສະຣາເອນໄປທີ່ເມືອງກາດ." ດັ່ງນັ້ນ ພວກເຂົາຈຶ່ງຍ້າຍຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິດສະຣາເອນໄປທີ່ນັ້ນ. \v 9 ແຕ່ພາຍຫລັງ ເມື່ອພວກເຂົາຍ້າຍຫີບວົນວຽນໄປ, ພຣະຫັດຂອງພຣະຢາເວກໍໄດ້ລົງໂທດເມືອງນັ້ນ, ເຮັດໃຫ້ເກີດຄວາມວຸ້ນວາຍຢ່າງໃຫຍ່ຫລວງ. ພຣະອົງໄດ້ທໍລະມານຊາວເມືອງນັ້ນ, ທັງຜູ້ເລັກນ້ອຍ ແລະ ພວກເຈົ້ານາຍທັງຫລາຍ; ແລະຝີຕ່າງໆກໍໄດ້ແຕກເທິງຮ່າງກາຍຂອງພວກເຂົາ.