lo_1sa_text_ulb_l3/14/16.txt

1 line
828 B
Plaintext

\v 16 ແລ້ວພວກຍາມຂອງໂຊນທີ່ຢູ່ກີເບອາແຫ່ງເຜົ່າເບັນຢາມິນກໍໄດ້ເບິ່ງຢູ່; ຝູງທະຫານຂອງຟີລິດສະຕິນກໍແຕກກະຈາຍໄປ, ແລະພວກເຂົາກໍໄດ້ແລ່ນວຸ້ນວາຍໄປມາ. \v 17 ແລ້ວໂຊນຈຶ່ງສັ່ງແກ່ປະຊາຊານທີ່ຢູ່ກັບພະອົງວ່າ, "ຈົ່ງນັບແລະເບິ່ງວ່າ ມີໃຜຫາຍໄປຈາກພວກເຮົາແດ່." ເມື່ອພວກເຂົາໄດ້ນັບເບິ່ງແລ້ວ, ໂຢນາທານແລະຜູ້ຖືອາວຸດຂອງທ່ານໄດ້ຫາຍໄປ.