lo_1sa_text_ulb_l3/02/29.txt

1 line
1.6 KiB
Plaintext

\v 29 ເຫດໃດພວກເຈົ້າຈຶ່ງຢຽບຍໍ່າເຄື່ອງຖວາຍສັດບູຊາຂອງເຮົາ ແລະ ສິ່ງຂອງຖວາຍທີ່ ເຮົາໄດ້ສັ່ງໄວ້ໃນບ່ອນທີ່ເຮົາສະຖິດຢູ່? ເປັນຫຍັງພວກເຈົ້າໃຫ້ກຽດແກ່ລູກຊາຍທັງສອງຂອງເຈົ້າເຫນືອເຮົາ ໂດຍເຮັດໃຫ້ໂຕຂອງພວກເຈົ້າອ້ວນພີ ດ້ວຍສ່ວນທີ່ດີທີສຸດ ຂອງເຄື່ອງຖວາຍທຸກຢ່າງຈາກປະຊາຊົນອິດສະຣາເອນຂອວເຮົາ?' \v 30 ເພາະສະນັ້ນ ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ, ເວົ້າວ່າ, 'ເຮົາໄດ້ສັນຍາວ່າພົງພັນຂອງເຈົ້າ, ແລະພົງພັນຂອງບັນດາບັນພະບູລຸດຂອງເຈົ້າຈະດຳເນີນຢູ່ຕໍ່ຫນ້າເຮົາເປັນນິດ.' ແຕ່ບັດນີ້ພຣະຢາເວກ່າວວ່າ, 'ຂໍໃຫ້ການນັ້ນຫ່າງໄກຈາກເຮົາ, ເພາະເຮົາຈະໃຫ້ກຽດແກ່ບັນດາຜູ້ທີ່ໃຫ້ກຽດເຮົາ, ແຕ່ບັນດາຜູ້ທີຫມິ່ນປະຫມາດເຮົາ ຈະເປັນຕົກຕໍ່າລົງ.