lo_1sa_text_ulb_l3/01/21.txt

1 line
1.5 KiB
Plaintext

\v 21 ອີກເທື່ອຫນຶ່ງ, ເອນການາ ແລະທຸກຄົນໃນຄົວເຮືອນຂອງລາວໄດ້ກັບຂື້ນໄປ ຖວາຍສັດບູຊາແດ່ພຣະຢາເວເປັນປະຈຳທຸກປີ ແລະແກ້ຄຳສາບານຂອງລາວ. \v 22 ແຕ່ຮັນນາບໍ່ໄດ້ໄປ; ນາງໄດ້ເວົ້າກັບຜົວຂອງນາງວ່າ, "ຂ້ອຍຈະບໍ່ໄປ ຈົນກວ່າເດັກຈະອອກນົມກ່ອນ; ແລ້ວຂ້ອຍຈະພາລາວໄປ, ເພື່ອວ່າລາວຈະໄດ້ປາກົດຕົວຕໍ່ຫນ້າພຣະຢາເວ ແລະ ຢູ່ທີ່ນັ້ນຕະຫລອດໄປ." \v 23 ເອນການາຜົວຂອງນາງກໍບອກນາງວ່າ, "ຈົ່ງເຮັດຕາມທີເຈົ້າເຫັນວ່າດີສຳຫລັບເຈົ້າເທີ້ນ. ຈົ່ງລໍຖ້າຈົນເຖິງເຈົ້າໃຫ້ລາວອອກນົມກ່ອນ; ຂໍພຽງ, ພຣະຢາເວຢັ້ງຢືນຖ້ອຍຄຳຂອງພຣະອົງ." ດ້ວຍເຫດນີ້ ຍິງນັ້ນກໍໄດ້ຢູ່ ແລະໄດ້ລ້ຽງດູລູກຂອງນາງຈົນກວ່ານາງໄດ້ໃຫ້ລາວອອກນົມແລ້ວ.