lo_1sa_text_ulb_l3/05/11.txt

1 line
1.0 KiB
Plaintext

\v 11 ດັ່ງນັ້ນພວກເຂົາຈຶ່ງໄດ້ສົ່ງຄົນໄປເອີ້ນປະຊຸມເຈົ້ານາຍທັງຫມົດຂອງຊາວຟີລິດສະຕິນ; ພວກເຂົາເວົ້າກັນວ່າ, "ຈົ່ງສົ່ງຫິບພັນທະສັນຍາຂອງພຣະເຈົ້າຂອງຊາວອິດສະຣາເອນໄປເສຍ, ແລະໃຫ້ຫິບນັ້ນກັບໄປບ່ອນເກົ່າ, ເພາະວ່າມີຄວາມແຕກຕື່ນຢ້ານຕາຍຢູ່ທົ່ວທັງເມືອງ; ມືຂອງພຣະເຈົ້າໄດ້ລົງໂທດຢ່າງຫນັກຢູ່ໃນບ່ອນນັ້ນ. \v 12 ຊາວເມືອງທີ່ຍັງບໍ່ຕາຍກໍຖືກທໍລະມານດ້ວຍຝີຕ່າງໆ, ແລະ ສຽງຮ້ອງໄຫ້ຂອງເມືອງກໍໄດ້ຂື້ນໄປເຖິງທ້ອງຟ້າ.