lo_1sa_text_ulb_l3/02/27.txt

1 line
1.3 KiB
Plaintext

\v 27 ບັດນີ້ ຄົນຂອງພຣະເຈົ້າມາຫາເອລີ ແລະເວົ້າກັບລາວວ່າ, "ພຣະຢາເວກ່າວດັ່ງນີ້ວ່າ, 'ເຮົາບໍ່ໄດ້ເປີດເຜີຍເຮົາເອງໃຫ້ແກ່ບັນພະບູລຸດຂອງເຈົ້າ, ເມື່ອພວກເຂົາຍັງຢູ່ໃນເອຢິບ ພາຍໃຕ້ການເປັນທາດຢູ່ໃນເຊື້ອສາຍຂອງຟາໂຣຫລື? \v 28 ເຮົາໄດ້ເລືອກລາວອອກຈາກເຜົ່າອິດສະຣາເອນທັງຫມົດ ໃຫ້ເປັນປະໂລຫິດຂອງເຮົາ, ເພື່ອຂຶ້ນໄປທີ່ແທ່ນບູຊາຂອງເຮົາ, ແລະ ເຜົາເຄື່ອງຫອມບູຊາ, ເພື່ອນຸ່ງເສື້ອເອໂຟດຕໍ່ຫນ້າເຮົາ. ເຮົາໄດ້ມອບໃຫ້ແກ່ບັນພະບູລຸດຂອງເຈົ້າດ້ວຍເຄື່ອງຖວາຍທັງຫລາຍ ທີ່ປະຊາຊົນອິດສະຣາເອນໄດ້ຖວາຍບູຊາດ້ວຍໄຟ.